ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2018 ຈະ​ສະ​ແດງເຖິງ​ການ​ມີ​ບົດ​ບາດ​ແລະຄວາມ​ຮັບ​ຜິດ​ຊອບ​ໃໝ່
2017-12-10 17:20:29  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 9 ທັນ​ວາ​ນີ້, ທ່ານ​ວາງ​ອີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຳ​ມະ​ນາ​ສະ​ຖາ​ນະ​ການ​ສາ​ກົນ​ແລະ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2017 ທີ່​ຈັດ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ສາ​ກົນ​ຈີນ​ແລະ​ກອງ​ທຶນ​ຄົ້ນ​ຄວ້າ​ບັນ​ຫາ​ສາ​ກົນ​ຈີນ ​ທັງ​ກ່າວ​ປາ​​ໄສວ່າ: ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ ທີ່​ມີ​ສະ​ຫາຍ​ສີ​ຈີ້ນ​ຜິງ​ເປັນ​ໃຈ​ກາງ​, ການ​ຕ່າງ​ປະ​ເທດ​ຂອງ​ຈີນຈະ​ມີ​ໂສ້ມ​ໜ້າ​ໃໝ່, ແລະ​ສະ​ແດວງ​ໃຫ້​ເຫັນ​ເຖິງ​ການ​ມີ​ບົດ​ບາດ​ແລະຄວາມ​ຮັບ​ຜິດ​ຊອບ​ໃໝ່​ໃນປີ 2018.

ທ່ານ ວາງ​ອີ້​ຍົກ​ໃຫ້​ເຫັນວ່າ, ປີ 2018 ແມ່ນ​ປີ​ທຳ​ອິດ​ໃນ​ການ​ຜັນ​ຂະ​ຫຍາຍ​ແລະ​ຈັດ​ຕັ້ງ​ປະ​ຕິ​ບັດ​ຈິດໃຈ​ກອງ​ປະ​ຊຸ​ມ​ໃຫຍ່​ຜູ້​ແທນທົ່ວ​ປະ​ເທດ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19. ພວກ​ຂ້າ​ພະ​ເຈົ້າ​ຈະ​ຂະ​ຫຍາຍ​ຕາ​ໜ່າ​ງ​ການ​ພົວ​ພັນ​​ຄູ່​ຮ່ວມທົ່ວ​ໂລກ, ຊຸກ​ຍູ້​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ ໂດຍ​ເລີ່ມ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ແລະ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ຊຸກ​ຍູ້​ການ​ສ້າ​ງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ຢ່າງ​ຮອບ​ດ້ານ ສ້າງ​ຄວາມ​ຜາສຸກ​ໃຫ້​ແກ່​ທົ່ວ​ໂລກໂດຍ​ຜ່ານ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​​, ຕັ້ງ​ໜ້າ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ຈຸດ​ຮ້ອນຕາມ​ການ​ເປັນ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເພື່ອ​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃຫຍ່ຫຼວງກວ່າ​ເກົ່າ​​ເພື່ອສະ​ຖຽນ​ລະ​ພາບຂອງ​ໂລກ, ຕິດ​ແທດ​ກັບ​ສະ​ພາບ​ຕົວ​ຈິງ​ແລະ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ຕື່ມ​ອີກ, ເພີ່ມ​ທະ​ວີ​ການ​ຮັບ​ໃຊ້​ການ​ພັດ​ທະ​ນາ​ພາຍ​ໃນ​ປະ​ເທດ​ແລະ​ປ້ອງ​ກັນ​ຜົນ​ປະ​ໂຫຍດ​ຢູ່​ຕ່າງ​ປະ​ເທດ, ສ້າງ​ສະ​ພາບ​ການ​ໃໝ່​ດ້ານ​ການ​ຕ່າງ​ປະ​ເທດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ