14 ປະ​ເທດ​ສະ​ມາ​ຊິກສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຫຼື​ເສຍ​​ໃຈ​ຕໍ່​ອາ​ເມ​ລິ​ກາ​ຮັບ​ຮອງ​ເຢ​ລູ​ຊາແລມ​ເປັນ​ນະ​ຄອນຫຼວງ​ອິສຣາ​ແອນ
2017-12-10 15:33:40  cri 
ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ວັນ​ທີ 8 ທັນ​ວາ​ນີ້, ​ເພື່ອປຶ​ກ​ສາ​ຫາ​ລື​ບັນ​ຫາ​ທີ່​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາປະ​ກາດ​ຮັບຮອງ​ເຢ​ລູ​ຊາແລມ​ເປັນ​ນະ​ຄອນຫຼວງ​ຂອງ​ອິດ​ສະ​ຣາ​ແອນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້. ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ແຈ້ງ​ສະ​ພາບ​ການ​ຈາກ​ທ່ານ​ນິ​ໂຄ​ຣາ ມະ​ລາ​ເດ​ນົ​ຟ ຜູ້​ໄກ່​ເກ່ຍ​ພິ​ເສດ​ຂະ​ບວນ​ການ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ, ການ​ຕົກ​ລົງ​ແຕ່​ຝ່າຍ​ດຽວ​​ເຊິ່ງ​ບໍ່​ວ່າ​ຜ່າຍ​ໃດໆ​ກໍ​ຕາມ​ທີ່​ເຈ​ຕະ​ນາ​​ປ່ຽນ​ແປງຖາ​ນະ​ແລະ​ລັກ​ສະ​ນະ​ຂອງເຢ​ລູ​ຊາແລມ​ລ້ວນ​ແຕ່​ອາດ​ຈະ​ເປັນ​ການ​ທຳ​ລາຍ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສັນ​ຕິ​ພາບ​ໃນ​ປັດ​ຈຸ​ບັນ​ຢ່າງ​ໜັກ​ໜ່ວງ, ສະ​ຖາ​ນະ​ການ​ພາກ​ພື້ນ​ມີ "ຄວາມ​ສ່ຽງ​​ແຝງ​ຊ້ອນທີ່​ໃຊ້​ກຳ​ລັງ​ຮຸນ​ແຮງ​ຫຼາຍ​ຂຶ້ນ".

ນອກ​ຈາກອາ​ເມ​ລິ​ກາ​ແລ້ວ, ອີກ 4 ປະ​ເ​ທດສະມາ​ຊິກຖາ​ວອນແລະ 10 ປະ​ເທດ​ສະມາ​ຊິກບໍ່ຖາວອນຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ລ້ວນ​ແຕ່​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຫຼື​ຄວາມ​ເສຍ​​ໃຈ​ຕໍ່​ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາ, ແລະ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ສະ​ຖາ​ນະ​ການ​ເຂດ​ຕາ​ເວັນ​ອອກ​ກາງ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ນອກ​ນີ້, ຜູ້​ຕາງ​ໜ້າ​ຂອງ ຊູ​ແອັດ, ເອ​ຢິ​ບ, ໂບ​ລີ​ວີ, ເອ​ທິ​ໂອ​ບີ, ອີ​ຕາ​ລີ, ຍີ່​ປຸ່ນ, ກາ​ຊັກ​ສະ​ຖານ, ເຊ​ເນ​ການ, ອູ​ແກ​ຣນ, ອູ​ຣູ​ໄກວ​ກໍ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຫຼື​ຄວາມ​ເສຍ​ໃຈ​ຂະ​ນະ​ປະ​ກອບ​ຄຳ​ເຫັນ.

ພາຍ​ຫຼັງອິ​ສ​ຣາ​ແອນ​ຍຶດ​ເອົາ​ເຢ​ລູ​ຊາ​ແລມ​ຕາ​ເວັນ​ອອກ​ເມື່ອ​ປີ 1967 ແລ້ວ​ກໍປະ​ກາດ​ແຕ່​ຝ່າຍ​ດຽວ​ວ່າ​ເຢ​ລູ​ຊາ​ແລມ​ແມ່ນ "ນະ​ຄອນຫຼວງ​ຖາ​ວອນ​ຂອງ​ປະ​ເທດ​ຕົນ​ທີ່​ແຍກ​ອອກ​ບໍ່​ໄດ້", ແຕ່​ວ່າ​ປະ​ຊາ​ຄົມ​ໂລກ​ໂດຍ​ທົ່ວ​ໄປ​ແລ້ວ​ບໍ່​ຮັບ​ຮອງ​ອິ​ສ​ຣາ​ແອນ​ມີ​ສິດ​ອະ​ທິ​ປະ​ໄຕ​​ເໜືອເຢ​ລູ​ຊາ​ແລມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ