ແຂວງຫຼວງພະບາງມີຫຼາຍກິດຈະກໍາທີ່ໂດດເດັ່ນເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ   2018.
2017-12-10 16:31:09  cri 

ພິທີຖະແຫລງຂ່າວການຈັດກິດຈະກຳສະເຫລີມສະຫລອງປີທ່ອງທ່ຽວລາວ 2018 ເພື່ອໂຄສະນາ ແລະ ດຶງດູດ
ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ຫລາຍຂຶ້ນ. ທີ່ຈັດໂດຍກະຊວງຖະແຫລງ
ຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ.      ໄດ້ຈັດໃນຕອນເຊົ້າວັນທີ 9 ທັນວານີ້, ທີ່ຫ້ອງວ່າການແຂວງຫລວງ
ພະບາງ ໂດຍມີບັນດາການນໍາຂັ້ນແຂວງ, ຜູ້ປະກອບການ ທຸລະກິດ, ທູຕານຸທູດປະຈໍາ ສປປ ລາວ, ພ້ອມດ້ວຍ
ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

      ໂອກາດນີ້ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ, ປະທານຄະນະຊີ້ນໍາ ກ່າວວ່າ:
ເພື່ອສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018ນີ້,  ແຂວງຫຼວງພະບາງໄດ້ຖືເອົາວຽກງານ ການ ທ່ອງທ່ຽວເປັນ
ບຸລິມະສິດອັນດັບໜຶ່ງພ້ອມດ້ວຍການກຳນົດຍຸດທະສາດພັດທະນາ ສ້າງຫຼວງພະບາງ ໃຫ້ເປັນສູນກາງທ່ອງທ່ຽວ
ທາງດ້ານທຳມະຊາດ, ວັດທະນະທຳ ແລະທາງດ້ານປະຫວັດສາດເປັນໃຈ ກາງ, ທາງດ້ານການສຶກສາ ແລະ
ສາທາລະນະສຸກເປັນຈຸດແວ່ເຊົາ ທີ່ມີການບໍລິການແບບຄົບວົງຈອນ ແລະ ມີທາງຜ່ານໄປສູ່ບັນດາແຂວງພາກ
ເໜືອຂອງລາວ ແລະ ອະນຸພາກພື້ນ.

     ກິດຈະກຳຕ່າງໆສໍາລັບປີທ່ອງທ່ຽວລາວ 2018 ແມ່ນຈະເລີ່ມຕົ້ນແຕ່ເດືອນທັນວາ 2017ນີ້, ຈົນໄປຮອດ
ທ້າຍປີ 2018, ປະກອບມີກິດຈະກໍາຕ່າງໆຂອງເມືອງ ແລະ ແຂວງເຂົ້າຮ່ວມທັງໝົດ 37 ກິດຈະກຳ. ໃນນີ້,
  ກິດຈະກໍາຫຼັກມີ 7 ກິດຈະກໍາຄື: ງານປະກວດຂັບລຳພື້ນເມືອງໆຫຼວງພະບາງ, ງານສະເຫຼີມສະຫຼອງປີທ່ອງ
ທ່ຽວລາວ 2018 ຢ່າງເປັນທາງການ ແລະ ບຸນປີໃໝ່ລາວຫຼວງພະບາງ, ງານງາມແທ້ໂອ້ຫຼວງພະບາງທີ່ສະ
ທ້ອນໃຫ້ເຫັນຄວາມເປັນຫຼວງພະບາງ, ງານເທດສະການອາຫານ ພື້ນເມືອງ, ງານວາງສະແດງສິນຄ້າຫັດຖະ
ກຳ, ສາທິດກິດຈະກຳທີ່ຕິດພັນກັບຊີວິດທີ່ເປັນເອກະ ລັກຂອງແຂວງ, ການສະແດງສິນລະປະຂອງຊົນເຜົ່າ
ຕ່າງໆ ແລະ ງານທັດສະນະສຶກສາ, ງານສຳມະນາວ່າດ້ວຍການທ່ອງທ່ຽວແບບຍືນຍົງລະຫວ່າງພາກລັດແລະ
ພາກທຸລະກິດໃນ ໂອກາດ ວັນທ່ອງທ່ຽວໂລກ, ງານທັດສະນະສຶກສາທ່ອງທ່ຽວຊົມວິຖີຊີວິດຊາວບ້ານການຕໍ່າ
ຫູກທໍໃຫມ, ສາທິດ ການຍ້ອມສີຜ້າແບບທຳມະຊາດບ້ານນາຍາງ, ຊິມໝາກກ້ຽງຫວານເມືອງນໍ້າບາກ ແລະ
ທ່ຽວຊົມ ທຳມະຊາດເມືອງງອຍ, ກິດຈະກຳຖີບລົດເພື່ອຫລຸດຜ່ອນມົນລະພິດ, ງານມະໂຫລານຮູບເງົາຫລວງ
ພະບາງ ແລະ ງານບູຮານ "ງານ Ancient LuangPrabang" ທີ່ເດີ່ນຕະຫຼາດແລງແລະເຮືອນມໍລະດົກ.
ນອກຈາກນັ້ນ ຍັງຈະມີກິດຈະກໍາ ແລະ ບຸນປະເພນີຂອງບັນດາເມືອງຕ່າງໆເຊັ່ນ: ການທ່ອງທ່ຽວທາງດ້ານກະ
ສິກຳ ແລະ ທຳມະຊາດທີ່ເມືອງພູຄູນ, ງານວາງສະແດງເຄື່ອງຫັດຖະກຳເຄື່ອງປັ້ນດິນ ເຜົາທີ່ເມືອງຈອມເພັດ,
ບຸນປະເພນີກິນຈຽງຂອງເຜົ່າມົ້ງ ແລະ ບຸນປະເພນີຂອງເຜົ່າກຶມມຸ, ບຸນປະເພນີຂອງເຜົ່າລື້ເມືອງປາກອູ, ບຸນ
ອອກພັນສາຊ່ວງເຮືອເມືອງຊຽງເງິນ, ບຸນບັ້ງໄຟທີ່ເມືອງນານ ແລະ ກິດຈະກຳອື່ນໆ.

    ສໍາລັບເປີດປີທ່ອງທ່ຽວລາວ 2018 ທີ່ແຂວງຫຼວງພະບາງຈະໄດ້ຈັດຂຶ້ນໃນວັນທີ 15 ເມສາ 2018.

1  2  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ