ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ສຸມ​ໃສ່​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ
2017-12-11 16:31:18  cri 
ກອງ​ປະ​ຊຸມ​ລະ​ດັບ​ລັດ​ຖະ​ມົນ​ຕີ​ຂອງອົງ​ການການ​ຄ້າ​ໂລກ(WTO)​ຄັ້ງ​ທີ 11 ທີ່ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບູ​ນົ​ສ​ໄອ​ເຣັດ​ສ໌​ປະ​ເທດ​ອາກ​ຊັງ​ຕິນ​ໃນວັນ​ທີ 10 ທັນ​ວາ​ນີ້ ໂດຍ​ຈະ​ສຸມ​ໃສ່​ຫາ​ລື​ຫົວ​ຂໍ້​ປະ​ຊຸມ​ຕ່າງໆ​ເຊັ່ນ:​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍແລະ​ກະ​ສິ​ກຳ, ການອຳ​ນວຍ​ຄວາມ​ສະ​ດວກ​ແກ່​ການລົງ​ທຶນ​, ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ແລະ​ຫົວ​ຂໍ້​ອື່ນໆ.

ທ່ານ ໂຣ​ເບີດ​ໂຕ ອາ​ເຈ​ເວ​ໂດ ຜູ້​ອຳ​ນວຍ​ການ​ໃຫຍ່ອົງ​ການ​ການ​ຄ້າ​ໂລກ​ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ຂົ່ມ​ຂູ່​ຈາກ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ມີຢູ່​ທຸກ​ແຫ່ງ​ຫົນ,ການ​ເຮັດ​ໃຫ້​ລະ​ບົບ​ການ​ຄ້າດີ​ຂຶ້ນ​ຕື່ມ​ອີກ,ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫ້​ຫຼາຍກວ່າ​ເກົ່າ​ນັ້ນ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ຫຼາຍ. ເຊື່ອ​ວ່າ​ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ເພີ່ມ​ທະ​ວີ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ​ຕື່ມ​ອີກ ແລະສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ຄ້າ​ຂອງ​ໂລກ.

ປະ​ທາ​ນາ​ທິ​ບໍ​ດີ​ຂອງ 4 ປະ​ເທດ​ຍັງ​ໄດ້​ເຊັນ "ຖະ​ແຫຼງ​ການບູ​ນົ​ສ​ໄອ​ເຣັດ​ສ໌​" ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ໂດຍ​ຜ່ານ​ການ​ຄ້າ​ທີ່​ມີ​ຄວາມກວ້າງ​ຂວາງ,ສະ​ເໝີ​ພາບ​ແລະ​ມີ​ຄວາມ​ໂປ່ງ​ໃສ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ