ຟີ​ລິບ​ປິນ​ສ້າງ​ຮູບຫຼໍ່​ທອງ "ນາ​ງ​ບຳ​ເລີ" ​ໃນສົງ​ຄາມ​ໂລກ​ຄັ້ງ​ທີ 2 ​ອັນ​ທຳ​ອິດ
2017-12-11 15:57:01  cri 
ຄະ​ນະ​ກຳ​ມະ​ການ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຟິ​ລິບ​ປິນ​ໄດ້​ຈັດ​ພິ​ທີ​ເປີດ​​ຜ້າສາກ​ຮູ​ບຫຼໍ່​ທອງ "ນາງ​ບຳ​ເລີ" ສົງ​ຄາມ​ໂລກ​ຄັ້ງ​ທີ 2​ອັນທຳ​ອິດ​ພາຍ​ໃນ​ປະ​ເທດ​ຕົນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ໃນ​ວັນ​ທີ 8 ທັນ​ວາ​ນີ້ ເພື່ອ​ລະ​ນຶກ​ຜູ້​ຖືກ​ບັງ​ຄັບ​ເປັນ "ນາງ​ບຳ​ເລີ" ​​ໃນ​ກອງ​ທະ​ຫານ​ຍີ່​ປຸ່ນ 1000 ຄົນໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.

ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ຟິ​ລິບ​ປິນ​ກ່າວ​ວ່າ, ​ການສ້າງ​ຮູບ​ຫຼໍ່​ທອງ​ດັ່ງ​ກ່າວ​ແມ່ນ​ເພື່ອ​ເຮັດ​ໃຫ້​ຄົນ​ທັງຫຼາຍ​ຈື່​ຈຳ "ນາງ​ບຳ​ເລີ" ​ໃນ​ປາງ​ສົງ​ຄາມໄວ້ ແລະ​ໃນ​ປັດ​ຈຸ​ບັນ, "ນາງ​ບຳ​ເລີ" ທີ່​ຍັງ​ມີ​ຊີ​ວິດ​ຢູ່​ຍັງ​ພະ​ຍາ​ຍາມ​ຍາດ​ແຍ່ງ​ເອົາ​ຄວາມ​ເປັນ​ທຳ​ຢູ່.

ເດືອນ​ທັນ​ວາ​ປີ 1941, ກອງ​ທະ​ຫານ​ຍີ່​ປຸ່ນ​ໄດ້​ບຸກ​ເຂົ້າ​ເກາະລູ​ຊອນ (Luzon) ແລະ​ໃນ​ໄລ​ຍະ​ຍຶດ​ຄອງ​ຟິ​ລິບ​ປິນ, ກອງ​ທະ​ຫານ​ຍີ່​ປຸ່ນ​ໄດ້​ບັງ​ຄັບ​ໃຫ້​ແມ່​ຍິງ​ຟິ​ລິບ​ປິນ 1000 ຄົນ​ເປັນ "ນາງ​ບຳ​ເລີ". ປັດ​ຈຸ​ບັນ, ​ມີ "ນາງ​ບຳ​ເລີ" ປະ​ມານ 70 ຄົນໃນ​ຈຳ​ນວນ​ນັ້ນ​ຍັງ​ມີ​ຊີ​ວິດ​ຢູ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ