ລາວ ແລະ ມຽນ​ມາ​ຈັດ​ງານ​ໂຄ​ສະ​ນາ​ໂຄງ​ການ​ຢູ່​ແຂວງ​ຢຸນ​ນານ
2017-12-11 16:48:57  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ນັກ​ທຸ​ລະ​ກິດ​ຈີນ-ອາ​ຊຽນ​ຄັ້ງ​ທີ 2 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄຸນ​ມິງ​ແຂວງຢຸນ​ນານ​ປະ​ເທດ​ຈີນ​ໃນ​ວັນ​ທີ 9 ທັນ​ວາ​ນີ້ ໂດຍ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ໄດ້​ຈັດ​ງານ​ໂຄ​ສະ​ນາ​ໂຄງ​ການ​ລາວ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ລາວ​ໃນ​ຂົງ​ເຂດ​ຕ່າງໆໃຫ້ຫຼາຍກວ່າ​ເກົ່າ.

ທ່ານ​ຄຳ​ພອນ ວົງ​ສັນ​ຕິ ​ຫົວ​ໜ້າກົງ​ສູນ​ໃຫຍ່​ລາວ​ປະ​ຈຳ​ນະ​ຄອນ​ຄຸນ​ມິງ​ເປີດ​ເຜີຍ​ວ່າ, ຂະ​ແໜງ​ການ​ໂທ​ລະ​ຄົມເປັນ​ຂະ​ແໜງ​ການ​ທີ່​ພວກ​ເຮົາ​ເນັ້ນໜັກ​ໃນ​ການ​ພັດ​ທະ​ນາ ແລະ ຢາກ​ດຶງ​ດູດ​ເອົາ​ເຕັກ​ນິກ​ແລະ​ບົດ​ຮຽນ​ດ້ານ​ການ​ຄຸ້ມ​ຄອງ​​ແລະ​ທຶນ​ຮອນ. ຂະ​ນະ​ດຽວ​ກັນ, ລາວ​ມີ​ນະ​ໂຍ​ບາຍ​ພິ​ເສດ​ຕ່າງໆ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ຈາກ​ພາຍ​ໃນ​ປະ​ເທດ​ ແລະ ຕ່າງ​ປະ​ເທດ. ພວກ​ເຮົາ​ຫວັງ​ຢາກ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັນ ແລະ ​ກຳ​ລັງສ້າງ​ລົດ​ໄຟ​ຄວາມ​ໄວ​ສູງ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ ແລະ ການ​ຮ່ວມ​ມື​ໃຫ້ຫຼາຍ​ຂຶ້ນ.

ທ່ານ​ອຸ​ເດັດ ສຸ​ວັນ​ນະ​ວົງເລຍ ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​​ການ​ຄ້າແຫ່ງ​ຊາດ​ລາວ​ເປີດ​ເຜີຍ​ວ່າ, ປັດ​ຈຸ​ບັນ, ລາວ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ 12 ແຫ່ງ ເຊິ່ງ​ຂົງ​ເຂດ​ດຶງ​ດູດ​ການ​ລົງ​ທຶນ​ຕົ້ນ​ຕໍ​ແມ່ນ​ຂະ​ແໜງ​ການ​ທ່ອງ​ທ່ຽວ, ກະ​ສິ​ກຳ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ ແລະ​ອື່ນໆ. ຂະ​ນະ​ດຽວ​ກັນ, ລາວ​ຍັງ​ສາ​ມາດ​ໃຫ້​ການ​ບໍ​ລິ​ການ​​ແບບ "ປ່ອງ​ຢ້ຽມດຽວ" ໃຫ້​ແກ່​ນັກ​ລົງ​ທຶນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ