ທ່ານ​ປູ​ຕິນ​ອອກ​ຄຳ​ສັ່ງ​ໃຫ້​ທະ​ຫານ​ຣັດ​ເຊຍ​ຖອນ​ອອກ​ຈາກ​ຊີ​ຣີ
2017-12-12 15:30:18  cri 
ທ່ານວາ​ຣາ​ດິເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ​ກ່າວ​ຢູ່​ຖານ​ທັບ​ອາ​ກາດ​​ຣັດ​ເຊຍ​ປະ​ຈຳເຮ​ເມ​ມິມ​ຂອງ​ຊີ​ຣີ​ໃນ​ວັນ​ທີ 11 ທັນ​ວາ​ນີ້​ວ່າ, ຕົນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທະ​ຫານ​ຣັດ​ເຊຍ​ຖອນ​ອອກ​ຈາກ​ຊີ​ຣີ​ແລ້ວ.

ທ່ານ​ປູ​ຕິນ​ກ່າວ​ວ່າ, "ຂ້າ​ພະ​ເຈົ້າ​ໄດ້​ສັ່ງ​ໃຫ້​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ແລະ​ເສ​ນາ​ທິ​ການ​ໃຫຍ່​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ຣັດ​ເຊຍ, ​ເອີ້ນ​ທະ​ຫານ​ຄືນສູ່​ຖານ​ທັບ​ເດີມຂອງ​​ພວກເຂົາ​ເຈົ້າ". ນອກ​ນີ້​ທ່ານ​ຍັງ​ເນັ້ນ​ອີກວ່າ, ຖ້າ​ວ່າ​ອິດ​ທິ​ກຳ​ລັງ​ກໍ່​ການ​ຮ້າຍ​ເກີດ​ຂຶ້ນ​ຢູ່​ຊີ​ຣີ​ອີກ​ເທື່ອ​ໜຶ່ງ, ປະ​ເທດ​ຕົນ​ຈະ "ດຳ​ເນີນ​ການ​ໂຈມ​ຕີ​ພວກ​ເຂົາ​ໃນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ