ຮອງ​ນາ​ຍົກ​ຈີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ຖາ ​ບັນ​ຂົງ​ຈື້​ທົ່ວ​ໂລກ​ຄັ້ງ​ທີ 12
2017-12-13 15:43:30  cri 
ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ທົ່ວ​ໂລກ​ຄັ້ງ​ທີ 12 ໃນ​ຫົວ​ຂໍ້ "ການ​ຮ່ວມ​ມື​ກັບ​ການ​ປະ​ດິດ​ສ້າງ​ເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ"ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຊີ່​ອ່ານ ແຂວງ​ສ້ານ​ຊີ່ ສ​ປ ຈີນ​ໃນ​ວັນ​ທີ 12 ທັນ​ວາ​ນີ້, ທ່ານ​ນາງລິວ​ຢຽນ​ຕຸ່ງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ, ປະ​ທານ​ຄະ​ນະ​ມົນ​ຕີ​ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ກ່າວ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມທ່າມ​ກາງ​ແຂກ​ສຳ​ຄັນ​ທີ່​ເຂົ້າ​ຮ່ວມ​ຄື​ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ,ຜູ້​ຕາງ​ໜ້າ​ສະ​ຖາ​ບັນ​ຂົງ​ຈື້​ຈາກ 140 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ເກືອບ 2500 ຄົນ​.

ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ ສະ​ຖາ​ບັນ​ຂົງ​ຈື້​ເປັນ​ປ່ອງ​ຢ້ຽມ​ແລະ​ຂົວ​ຕໍ່​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ພາ​ສາ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ. ນັບ​ແຕ່​ສະ​ຖາ​ບັນ​ຂົງ​ຈື້​ສ້າງ​ຕັ້ງ​ຂຶ້ນ​​ຕະຫຼອດ 13 ປີ​ໂດຍ​ສະ​ເພາະ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ, ສະ​ຖາ​ບັນໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ໃ​ນ​ການ​ເສີມ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົ​ນ​ຈີ​ນ​ກັບ​ບັນ​ດາ​ປະ​ເທດ​,​ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຈີນ​ແລະ​ຕ່າງ​ປະ​ເທດ. ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ເນັ້ນ​ວ່າ: ສະ​ຖາ​ບັນ​ຂົງ​ຈື້​ຄວ​ນ​ຖື​ການ​ແລກ​ປ່ຽນ​ທາງ​ດ້ານ​ພາ​ສາ​ເປັນ​ຂົວ​ຕໍ່,ປັບ​ປຸງ​ແຜນ​ຍຸດ​ທະ​ສາດ​ໃຫ້​ດີ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​​ສະ​ຖາ​ບັນ​ຂົງ​ຈື້, ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ຄູ​ອາ​ຈານ,ປຶ້ມ​ແບບ​ຮຽນ​ແລະ​ວິ​ທີ​ການ​ຮຽນ​ການ​ສອນ, ​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ກໍ່​ສ້າງ​ຄູ​ສອນ​ພາ​ສາ​ຈີນ​ຂອງ​ຕ່າງ​ປະ​ເທດ​​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ດ້ານ​ການ​ສອນ​ພາ​ສາ​ຈີນ​ຂອງ​ບັນ​ດາ​ປະ​ເທດ​ແລະເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃໝ່​ໃນການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ