ເປີດກອງປະຊຸມສະຖາບັນຂົງຈື້ທົ່ວໂລກຄັ້ງທີ 12
2017-12-13 15:55:24  cri 
ກອງປະຊຸມສະຖາບັນຂົງຈື້ທົ່ວໂລກຄັ້ງທີ 12 ໃນຫົວຂໍ້ "ການຮ່ວມມືກັບການ ປະດິດສ້າງປະ​ກອບ​ສ່ວນ​ເຂົ້າ​ໃນ​ການສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ"ໄດ້ຈັດຂຶ້ນຢູ່ເມືອງຊີ່ອ່ານ ແຂວງສ້ານຊີ່ ສປ ຈີນໃນວັນທີ 12 ທັນວານີ້

ນັກ​ສຶກ​ສາປີ​ທີ3 ຄະ​ນະ​ພາ​ສາ​ຈີນ-ວັນ​ນະ​ຄະ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ທູມ​ປະ​ເທດ​ຊູ​ດັງ​ຜູ້​ໜຶ່ງ ປີ​ນີ້​ອາ​ຍຸ 18 ປີ ມີ​ຊື່​ຈີນ​ວ່າ ຫຼີ​ຊ້ານ, ນາງ​ຍັງ​ເປັນ​ນັກ​ສຶກ​ສາ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ. ​ນາງ​ໄດ້​ຮັບ​ໂອ​ກາດ​ຂຶ້ນ​ກ່າວ​ຄຳ​ເຫັນ​ຂອງ​ຕົນໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້​ທົ່ວ​ໂລກ​ຄັ້ງ​ທີ 12, ນາງ​ກ່າ​ວ​ວ່າ: ເນື່ອງຈາກ​ຕົນ​ເອງສາຍ​ຕາ​ບໍ່​ດີ, ​ຈິ່ງ​ບໍ່​ສາ​ມາດ​ຮຽນ​ການ​ຂຽນ​ພາ​ສາ​ຈີນ​ໄດ້,ດ້ວຍ​ເຫດ​ນີ້​ຈິ່ງ​ບໍ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​​ວັດລະ​ດັບ​ພາ​ສາ​ຈີນ​​ໄດ້ຕະຫຼອດ​ໄລ​ຍະ​ຜ່ານ​ມາ. ແຕ່​ວ່າ, ປີ​ນີ້ ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ຈັດ​ການ​ສອບ​ເສັງ​ລະ​ດັບ​ພາ​ສາ​ຈີນ​ພິ​ເສດ​ໃຫ້​ແກ່​ຕົນ ແລະ​​ຕົນ​ກໍ​ເສັງ​ຜ່ານ ທັງ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ສະ​ຖາ​ບັນ​ຂົງ​ຈື້​ໃຫ້ໄປ​ຮຽນ​ຢູ່​ຈີນ​ເປັນ​ເວ​ລາ 1 ປີ​ນຳ​ອີກ. ນາງຫຼີ​ຊ້ານ​ຍັງບອກວ່າ "ການ​ຮຽນ​ພ​າ​ສາ​ຈີນ​ໄດ້​ປ່ຽນ​ແປງຊີ​ວິດ​ຂອງ​ຂ້ອຍ".

​ປັດ​ຈຸ​ບັນ, ມົນ​ສະ​ເໜ່​ຂອງ​ພາ​ສາ​ຈີນ​ກຳ​ລັງດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ຕ່າງ​ປະ​ເທດ​ຫຼາຍໆ​ຄົນ​ລວມ​ເຖິງນາງຫຼີ​ຊ້ານ​ນັບ​ມື້ຫຼາຍ​ຂຶ້ນ. ຕາມ​ສະ​ຖິ​ຕິ​ຂອງ​ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້. ປັດ​ຈຸ​ບັນ, ​ທົ່ວ​ໂລກ​ ​ມີສະ​ຖາ​ບັນ​ຂົງ​ຈື້ທັງ​ໝົດ 525 ແຫ່ງ,ຊ​​ຫ້ອງ​ຮຽນ​ຂົງ​ຈື້​ຊັ້ນ​ 1113 ແຫ່ງ​ຢັ່ງ​ຢາຍ​ຢູ່​ໃນ​ 146 ປະ​ເທດ​ແລະ​ເຂດ​ແຄວ້ນ, ມີ​ນັກ​ຮຽນ​ນັກ​ສຶກ​ສາ​​ທີ່​ກຳ​ລັງ​ຮຽນ​ແລະ​ຈົບ​ໄປ​ແລ້ວທັງ​ໝົດ 9.160.000 ຄົນ. ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ສະ​ຖາ​ບັນ​ຂົງ​ຈື້​ແລະ​ຫ້ອງ​ຮຽນ​ຂົງ​ຈື້​ໃນ​ທົ່ວ​ໂລກ​ໄດ້​ຈັດ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳເຖິງ 220.000 ຄັ້ງ, ແລະ​ຜູ້​ທີ່​ມີ​ສ່ວນ​ຮ່ວມ​ເຖິງ 100​ລ້ານຄົນ. ຈາກ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ ໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ໃ​ນ​ການ​ເສີມ​ສ້າງມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົ​ນ​ຈີ​ນ​ກັບ​ບັນ​ດາ​ປະ​ເທດ​ທັງ​ໄດ້​ຊ່ວຍ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຈີນ​ແລະ​ຕ່າງ​ປະ​ເທດ.

ທ່ານ​ແດນ​ມູດ ຫົວ​ໜ້າ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ແຫ່ງ​ຊາດ​ອາ​ເມ​ລິ​ກາ, ສະ​ມາ​ຊິກ​ຄະ​ນະ​ມົນ​ຕີ​ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ແຈ້ງ​ໃຫ້​ຊາບ​ໃນ​ກອງ​ປະ​ຊຸມ​ວ່າ: ປີ 2004, ມະ​ຫ​າ​ວິ​ທະ​ຍາ​ໄລ​ແມ​ຣີ​ແລນ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້​ແຫ່ງ​ທຳ​ອິດ​ຢູ່​ທະ​ວີ​ບອາ​ເມ​ລິ​ກາ​ເໜືອ. ໃນ​ໄລ​ຍະ 10 ກວ່າ​ປີ​ຜ່ານ​ມາ, ນັກ​ສຶກ​ສາ​ສະ​ຖາ​ບັນ​ຂົງ​ຈື້​ໄດ້​ຂະ​ຫຍາຍ​ຕົວ​ຢ່າງວ່ອງ​ໄວ​ແບບ​ເໜືອ​ການ​ຄາດ​ໝາຍ​ບໍ່​ວ່າ​ຢູ່​ທະ​ວີບ​ອາ​ເມ​ລິ​ກາ​ເໜືອ​ກໍ​ຄື​ທົ່ວ​ໂລກ, ທ່ານ​ເຫັນ​ວ່າ: ນີ້​ແມ່ນ​ຍ້ອນ​ວ່າ ສະ​ຕະ​ວັດ​ທີ 21 ເປັນ​ຍຸກ​ທີ່ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ປະ​ດິດ​ສ້າງ​ຊຸກ​ຍູ້​ການ​ພັດ​ທະ​ນາ, ສ່ວນ​ສະ​ຖາ​ບັນ​ຂົງ​ຈື້​ເປັນ​ເວ​ທີ​ສຳ​ຄັນ​ໃນ​ການຊຸກ​ຍູ້​​ການໂຮມ​ສູນ​​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ປະ​ດິດ​ສ້າງ​ກໍ​ຄື​ການ​ແລກ​ປ່ຽນ​​ກັນ. ທ່ານ​ຢືນ​ຢັນ​ວ່າ: ນີ້​ຄື​ທິດ​ທາງ​ຂະ​ຫຍາຍ​ຕົວ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ໃນ​ທົ່ວ​ໂລກ.

ທ່ານ​ເຜິງ​ລົງ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ, ສະ​ມາ​ຊິກ​ຄະ​ນະ​ມົນ​ຕີ​ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ຢືນ​ຢັນ​ວ່າ: ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຂອງ​ຈີນ​ເຂົ້າ​ຮ່ວມ​ການ​ສ້າງ​ສະ​ຖາ​ບັນ​ຂົງ​ຈື້​ເປັນ​​ການ​ວິ​ວັດ​ໃໝ່​ທີ່​ຍິ່ງ​ໃຫຍ່​​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ຖ່າຍ​ທອດ​ພາ​ສາ​ຂອງ​ໂລກ ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ພາ​ສາ​ຈີນ​ໃຫ້​ກ້າວ​ໄປ​ສູ່​ທົ່ວ​ໂລກ,ສົ່ງ​ເສີມ​ການ​ແລກ​ປ່ຽນ​ດ້ານ​ວັດ​ລະ​ທະ​ທຳ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ,ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ, ໃນ​ຂະ​ນະ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ສຶກ​ສາ​ສາ​ກົນ​ດ້ານ​ພາ​ສາ​ຈີນ​ນັ້ນ,ກໍ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ສະ​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ​ຕ່າງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ​ແລະຫຼາຍ​ລະ​ດັບ ເຊິ່ງ​ໄດ້​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ແບບ​ສາ​ກົນ​ຂອງ​ການ​ສຶກ​ສາ​ຈີນ.

ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ກ່າວ​ວ່າ: ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ຊີ້​ໃຫ້​ເຫັນ​ວ່າ ສະ​ຖາ​ບັນ​ຂົງ​ຈື້​ເປັນ​ປ່ອງ​ຢ້ຽມ​ແລະ​ຂົວ​ຕໍ່​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ພາ​ສາ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ. ນັບ​ແຕ່​ສະ​ຖາ​ບັນ​ຂົງ​ຈື້​ສ້າງ​ຕັ້ງ​ຂຶ້ນ​​ຕະຫຼອດ 13 ປີ​ໂດຍ​ສະ​ເພາະ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ, ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ຂອງ​ຈີນ​ແລະ​ປະ​ເທດ​ຕ່າງໆ, ສະ​ຖາ​ບັນໄດ້​ປະ​ກອບ​ສ່ວນ​​ຢ່າງ​ຕັ້ງ​ໜ້າເຂົ້າ​ໃ​ນ​ການ​ເສີມ​ສ້າງ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົ​ນ​ຈີ​ນ​ກັບ​ບັນ​ດາ​ປະ​ເທດ​,​ສົ່ງ​ເສີມ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ລະ​ຫວ່າງ​ອະ​ລິ​ຍະ​ທຳ​ຈີນ​ແລະ​ຕ່າງ​ປະ​ເທດ. ທ່ານ​ນາງ​ລິວ​ຢຽນ​ຕຸ່ງ​ເນັ້ນ​ວ່າ: ສະ​ຖາ​ບັນ​ຂົງ​ຈື້​ຄວ​ນ​ຖື​ການ​ແລກ​ປ່ຽນ​ທາງ​ດ້ານ​ພາ​ສາ​ເປັນ​ຂົວ​ຕໍ່,ປັບ​ປຸງ​ແຜນ​ຍຸດ​ທະ​ສາດ​ໃຫ້​ດີ, ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​​ສະ​ຖາ​ບັນ​ຂົງ​ຈື້, ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ຄູ​ອາ​ຈານ,ປຶ້ມ​ແບບ​ຮຽນ​ແລະ​ວິ​ທີ​ການ​ຮຽນ​ການ​ສອນ, ​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ກໍ່​ສ້າງ​ຄູ​ສອນ​ພາ​ສາ​ຈີນ​ຂອງ​ຕ່າງ​ປະ​ເທດ​​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ດ້ານ​ການ​ສອນ​ພາ​ສາ​ຈີນ​ຂອງ​ບັນ​ດາ​ປະ​ເທດ​ແລະເປັນ​ການ​ປະ​ກອບ​ສ່ວນ​ອັນ​ໃໝ່​ໃນການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ