ທຶນ​ຮອນ​ຂອງ​ຈີນ​ເຂົ້າ​ສູ່​ຂະ​ແໜງ​ການອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ໄທ​ຢ່າງ​ຫຼວງ​ຫຼາຍ​ເປັນເວ​ລາ 3 ປີ​ຕິດ​ຕໍ່​ກັນ
2017-12-13 11:19:50  cri 
ຕາມ​ຂ່າວ CRI: ໜັງ​ສື​ພິມ​ bangkokbiznews ລາຍ​ງານ​ໃນ​ວັນ​ທີ 12 ທັນ​ວາ​ນີ້​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ຄຽງ​ຄູ່​ກັບການ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ຂອງ​ຈຳ​ນວນ​ນັກ​ທ່ອງ​ທ່ຽ​ວ​ຈີນ​ທີ່​ໄປ​ທ່ຽວ​ໄທ​, ທຶນ​ຮອນ​ຂອງ​ຈີນ​ຈຳ​ນວນ​ຫຼາຍ​ກໍ່​ໄດ້​ເຂົ້າ​ສູ່​ຂະ​ແໜງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ໄທ​ພ້ອມໆ​ກັນ, ໂດຍ​ສະ​ເພາະ​ການ​ລົງ​ທຶນ​ດ້ານ​ທີ່ພັກ​ແລະ​ໂຮງ​ແຮມ​ຂອງ​ເຂດ​ການ​ຄ້າ​ທີ່​ຈະ​ເລີ​ນ​ຂອງ​ໄທ ເພື່ອ​ສະ​ໜອງ​ບໍ​ລິ​ການ​ແກ່ນັກ​ທ່ອ​ງ​ທ່ຽວ​ຈີນ.

ຕົວ​ເລກ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ປີ 2015 ຫາ​ປີ 2017, ທຶນ​ຮອນ​ຂອງ​ຈີນ​ເຂົ້າ​ສູ່​ຂະ​ແໜງ​ການ​ອະ​ສັງ​ຫາ​ລິ​ມະ​ຊັບ​ຂອງ​ໄທ​ໄດ້​ປາ​ກົດ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​​ໃນ​ແຕ່​ລະ​ປີ, ມູນ​ຄ່າ​ການ​ລົງ​ທຶນ​ສະ​ເລ່ຍ​ຕໍ່​ປີ​ຢູ່​ລະ​ຫວ່າງ 40-50 ຕື້​ບາດ (ປະ​ມານ 8-10 ຕື້ຢວນ), ຕົ້ນ​ຕໍ​ຈະ​ລົງ​ທຶນ​ຢູ່​ຕົວ​ເມືອງ​ທີ່​ຂະ​ແໜງ​ການ​ທ່ອງ​ທ່ຽວ​ມີ​ຄວາມ​ຈະ​ເລີນ​ຂອງ​ໄທ​ເຊັ່ນ: ບາງກອກ, ແຂວງ​ພະນະ​ຄອນ ສີ ອາ​ຍຸດທ​ະ​ຍາ, ​ພັດ​ທະ​ຍາ, ຊຽງ​ໃໝ່ ​ແລະ​ພູ​ເກັດ​ເປັນ​ຕົ້ນ. ໂຄງ​ການ​ລົງ​ທຶນ​ກວມ​ເຖິງທີ່​ພັກ ​ແລະ​ໂຮງ​ແຮມ​ທີ່​ສາ​ມາດ​ເຊົ່າ ​ແລະ​ຂາຍ​ໄດ້, ໃນ​ນັ້ນທີ່​ພັກກວມ 70%, ໂຮງ​ແຮມ 25% ແລະ ສຳ​ນັກ​ງານ​ຫ້ອງ​ການ 5%.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ