ງານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​​ເຂດ​ລ້ອງແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ປີ 2017 ​ຈັດ​ຂຶ້ນ​ຢູ່​ສິບ​ສອງ​ພັນ​ນາ
2017-12-13 10:46:37  cri 
ງານ​ລາ​ຕີ​ເປີດ​ສາກງານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ປີ 2017 ໄດ້​ຈັດ​ຂຶ້ນ​ຢູ່​ແຄມ​ແມ່​ນ້ຳ​ລ້ານ​ຊ້າງ ​ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ທັນ​ວາ​ນີ້ ໂດຍ​ມີ​ສິ​ລະ​ປິນ​ທີ່​ມີ​ຊື່​ສຽງຫຼາຍ​ສິບ​ຄົນ​ຈາກ 6 ປະ​ເທດ ຄື ຈີນ, ລາວ, ມຽນ​ມາ, ໄທ, ກຳ​ປູ​ເຈຍ ແລະ​ ຫວຽດ​ນາມ​ໄດ້​ຮ່ວມ​ກັນ​ຂຶ້ນ​ເວ​ທີ​ສະ​ແດງ.

ງານ​ສິ​ລະ​ປະ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ, ​ໃນ​ງານນອກ​ຈາກ​​ມີການວ​າງ​ສະ​ແດງ​ຮູບ​ພາບ​ສາ​ກົນ​ສິບ​ສອງ​ພັນ​ນາ​ທີ່​ມີ​ຊື່​ສຽງ​ໃນ​ວົງ​ການ​ຖ່າຍ​ຮູບ​ທັງ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ​ແລ້ວ, ຍັງ​ໄດ້​ຈັດ​ການ​ວາ​ງ​ສະ​ແດງ​ຮູບ​ແຕ້ມ​ສາ​ກົນ ແລະ ​ການ​ວາງ​ສະ​ແດງ​ຮູບ​ປັ້ນ​ດິນ​ເຜົາ​ສາ​ກົນ​ສິບ​ສອງ​ພັນ​ນາ ​ໃຕ້​ຫົວ​ຂໍ້​ວ່າ "​ດື່ມ​ນ້ຳ​ສາຍ​ດຽວກັນ" ເພື່ອ​ເພີ່ມ​ສີ​ສັນ​ໃຫ້​ແກ່​ຕະຫຼາດ​ນັດ​ຄ້າ​ຂາຍ​ເຄື່ອງ​ສິ​ລະ​ປະ; ນອກ​ນີ້, ຍັງ​ໄດ້​ຈັດ​​ຄຸ້ມ​ຖະ​ໜົນ​​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການປະ​ດິດ​​ຄິດ​ແຕ່ງ​ເຄື່ອງ​ສິ​ລະ​ປະ, ວັດ​ທະ​ນະ​ທຳ​ຊາ ແລະ ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ປ່າ​ໄມ້​ເຂດ​ຮ້ອນ​ຊຸ່ມ.

ງານ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ປະ​ເທດ​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເລີ່ມ​ຈັດ​ຂຶ້ນ​ແຕ່​ປີ 2011  ແລະ ຈັດ​ຂຶ້ນ​ໃນ​ເດືອນ​ທັນ​ວາ​ຂອງ​ທຸກ​ປີ. ໃນ​ຖາ​ນະ​ເປັນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ຮ່ວມ​ກັບ​ຕ່າງ​ປະ​ເທດ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ຢຸນ​ນານ​ຈີນ, ງານ​ນີ້​ໄດ້​ກາຍ​ເປັນ​ເວ​ທີ​ແລກ​ປ່ຽນ, ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ ແລະ ເວ​ທີ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າທີ່​ສຳ​ຄັນ​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ນີ້ ພ້ອມ​ທັງ​ໄດ້​ກາຍ​ເປັນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ​ລັກ​ສະ​ນະ​ສາ​ກົນ​ທີ່​ຊຸກ​ຍູ້​ການ​ຮ່ວມ​ມື​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ