ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ
2017-12-14 09:50:10  cri 
ວັນ​ທີ 13 ທັນ​ວາ​ນີ້, 6 ປະ​ເທດ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ ຄື: ອາ​ເມ​ລິ​ກາ, ອັງ​ກິດ, ຝະ​ຣັ່ງ, ຣັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ ກັບ​ອີ​ຣານ​ໄດ້​ຈັດ​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ວ່າ​ດ້ວຍ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຄັ້ງ​ທີ 10 ​ຢູ່​ນະ​ຄອນຫຼວງ​ວຽນ​​ນາຂອງ​​ໂອ​ຕ​ຣິດ ໂດຍ​ທ່ານ​ວາງ​ສຸນ ຫົວ​ໜ້າ​ກົມ​ຄວບ​ຄຸມກຳ​ລັງ​ທະ​ຫານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ນຳ​ພາ​ຄະ​ນະ​ເຂົ້າ​ຮ່ວມ.

ທ່ານ​ວາງ​ສຸນ​ກ່າວ​ເນັ້ນ​ວ່າ, ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຮອບ​ດ້ານ ແລະ ຮັບ​ປະ​ກັນ​ໃຫ້​ສັນ​ຍາ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເຊິ່ງ​ຈະ​ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ລະ​ບຽບ​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄຼຍ​ສາ​ກົນ ແລະ ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສ​ະ​ຖຽນ​ລະ​ພາບ​ຂອງ​ຕ​າ​ເວັນ​ອອກ​ກາງ ທັງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ປະ​ຊາ​ຄົມ​ໂລກ. ປັດ​ຈຸ​ບັນ, ສັນ​ຍາ​ສະ​ບັບ​ນີ້​ພວມ​ຢູ່​ໃນ​ໄລ​ຍະ​ຫົວ​ລ້ຽວ​ຫົວ​ຕໍ່, 6 ປະ​ເທດ​ ແລະ ອີ​ຣານ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ ແລະ ສືບ​ຕໍ່​ປົກ​ປ້ອງ​ຄວາມ​ຄົບ​ຖ້ວນ ແລະ ຄວາມ​ສັກ​ສິດ​ຂອງ​ສັນ​ຍາ.

ທ່ານ​ວາງ​ສຸນ​ຍັງ​ເປີດ​ເຜີຍຕື່ມ​ວ່າ, ຈີນ​ຈະ​ບໍ​ລິ​ຈາກ​ເງິນ 1,5 ລ້ານຢວນ​ໃຫ້​ແກ່​ໂຄງ​ການ​ຕິດ​ຕາມກວດ​ກາ​ອີ​ຣານ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ໂດຍ​ເນັ້ນ​ວ່າ, ນີ້​ໄດ້​ສ່ອງ​ແສງ​ເຖິງວ່າ​ຈີນ​​ສະ​ໜັບ​ສະ​ໜູນ​ສັນ​ຍາ​ສະ​ບັບ​ນີ້​ຈາກ​ທາງ​ການ​ເມືອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ