ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ປະ​ກາດ​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ເປັນ​ນະ​ຄອນ​ຫຼວງ​ຂອງ​ປະ​ເທດ​ປາ​ເລັ​ສ​ຕິນ
2017-12-14 15:50:50  cri 
ວັນ​ທີ 13 ທັນ​ວາ​ນີ້, ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸ​ດຍອດ​ວິ​ສາ​ມັນ​ຢູ່​ນະ​ຄອນຫຼວງ​ອິ​ສ​ຕານ​ບູນ​ປະ​ເທດ​ຕວກ​ກີ​ແລະອອກ​ຖະ​ແຫຼງ​ການຫຼັງ​ກອງ​ປະ​ຊຸມ ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ໃນ​ໂລກ​ຮັບ​ຮອງ​ປະ​ເທດ​ປາ​ເລັ​ສ​ຕິນ ແລະ ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ຕາ​ເວັນ​ອອກ​ເປັນ "ນະ​ຄອນຫຼວງ​ທີ່​ຖືກ​ຍຶດ​ຄອງ" ຂອງ​ປະ​ເທດ​ປາ​ເລັ​ສ​ຕິນ. ຂະ​ນະ​ດຽວ​ກັນ, ຍັງ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປົກ​ປ້ອງ​ຖາ​ນະ​ກົດ​ໝາຍ​ຂອງ​ເຢ​ລູ​ຊາ​ເລັມ ແລະ ສະ​ກັດ​ກັ້ນ​ບໍ່​ໃຫ້​ອິ​ສ​ລາ​ແອນ​ຍຶດ​ຄອງ​ດິນ​ແດນ​ປາ​ເລັ​ສ​ຕິນ.

ຖະ​ແຫຼງ​ການ​ລະ​ບຸວ່າ, ​ການ​ຕົກ​ລົງ​ຂອງອາ​ເມ​ລິ​ກາ​​ທີ່ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນຫຼວງ​ຂອງ​ປະ​ເທດ​ອິ​ສ​ລາ​ແອນ "ເປັນ​ໂມ​ຄະ" ແລະ ກ່າວ​ປະ​ນາມ​ການ​ຕົກ​ລົງ​ແຕ່​ຝ່າຍ​ດຽວ​​ດັ່ງ​ກ່າວຂອງທ່ານ​​ໂດນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ.

ອົງ​ການ​ຮ່ວມ​ມື​ອິ​ສ​ລາມ​ມີ 57 ປະ​ເທດ​ສະ​ມາ​ຊິກ ແລະ​ ມີກອງ​ເລ​ຂາ​ຕັ້ງ​ຢູ່​ນະ​ຄອນກິວ​ດາ​ປະ​ເທດ​ອາ​ຣັບ​ບີ​ຊາ​ອຸ​ດິດ. ປັດ​ຈຸ​ບັນ, ຕວກ​ກີ​ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອົງ​ການ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ