ທະ​ລຸ​ອຸ​ໂມງ​ແຫ່ງ​ທຳ​ອິດ​ຂອງ​ທາງ​ລົດ​​ໄຟ​ຈີນ-ລາວ​ຢ່າງ​ສຳ​ເລັດ​ຜົນ
2017-12-14 16:16:34  cri 

​ອຸ​ໂມງວັງ​ເມີນ 2 ທີ່​ບໍ​ລິ​ສັດ POWER CHINA ຮັບ​ເໝົາ​ກໍ່​ສ້າງ​ສາ​ມາດ​ຂຸດ​ທະ​ລຸ​ໃນ​ວັນ​ທີ 12 ທັນ​ວາ​ນີ້ ເຊິ່ງ​ກາຍ​ເປັນ​ອຸ​ໂມງ​ທາງ​ລົດ​ໄຟ​ຈີນ-ລາວ​ແຫ່ງ​ທຳ​ອິດ​ທີ່​ຂຸດ​ທະ​ລຸ.

ອຸ​ໂມງວັງ​​ມົນ 2 ຕັ້ງ​ຢູ່​ແຂວງວຽງ​ຈັນ, ​ມີ​ຄວາມ​ຍາວ 301 ແມັດ, ຍ້ອນ​ມີ​ສະ​ພາບ​ທໍ​ລະ​ນີ​ທີ່​ສັບ​ສົນ, ສະ​ນັ້ນ, ການ​​ເຈາະ​ແລະກໍ່​ສ້າງ​ອຸ​ໂມງ​ແຫ່ງ​ນີ້​​ພົບ​ຄວາມຍາກຫຼາຍ ແລະ ມີ​ຄວາມ​ສ່ຽງ​ສູງ.

ວັນ​ທີ 12 ທັນ​ວາ​ນີ້, ທ່ານ​ປ໋າຍ​ຈ້ຽນ ອຳ​ນວຍ​ການ​ບໍ​ລິ​ຫານ​ງານ​ສຳ​ນັກ​ງານ​ຜູ້​ຕາງ​ໜ້າ​ບໍ​ລິ​ສັດ POWER CHINA ປະ​ຈຳ​ລາວ​ກ່າວ​ວ່າ, ຕະຫຼອດ​ໄລ​ຍະ​ກໍ່​ສ້າງ​ອຸ​ໂມງ​ແຫ່ງ​ນີ້​ບໍ່​​ມີ​ອຸ​ບັດ​ເຫດ​​ເກີດ​ຂຶ້ນຈັກ​ເທື່ອ ແລະ ​ເປັນ​ໂຄງ​ການທີ່​ກໍ່​ສ້າງ​ຢ່າງ​ມີ​ຄຸນ​ນະ​ພາບດີ ແລະ ມີ​ປະ​ສິດ​ທິ​ພາບ​ສູງ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ