ຈີນ-ອາ​ຊຽນ​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ພາ​ສີ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"
2017-12-15 15:56:55  cri 

ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ພາ​ສີ​ຈີນ-ອາ​ຊຽນ​ຄັ້ງ​ທີ 4 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນໜານ​ໜິງ ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ສ​ປ ຈີນ​ໃນ​ວັນ​ທີ 14 ທັນ​ວາ​ນີ້, ​ບັນ​ດາຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການໄດ້​​ຮ່ວມ​ກັນປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພັດ​ທະ​ນາ​ ແລະ​ການ​ຮ່ວມ​ມື​ດ້ານ​ການ​ເງິນ​ແລະ​ພາ​ສີ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".

ທ່ານ​ຫວາງ​ລີ້ ປະ​ທານ​ສະ​ມາ​ຄົມ​ສຶກ​ສາ​​ພາ​ສີສາ​ກົນ​ຈີນ​ຢືນ​ຢັນ​ວ່າ: ຈີນ ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຄວນ​ສືບ​ຕໍ່​ລົງ​ເລິກ​ການ​ຄົ້ນ​ຄວ້າ​ບັນ​ຫາ​ພາ​ສີ​ສາ​ກົນ​ໃນ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ສ້າງ​ເວ​ທີ​ປະ​ສານ​ງານ​ດ້ານ​ພາ​ສີ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ຕິດ​ແທດ​ຕົວ​ຈິງ​ໃນ​ວຽກ​ງານ​ພາ​ສີ​ສາ​ກົນ​ເປັນ​ຕົ້ນ ການ​ຄຸ້ມ​ຄອງ​ພາ​ສີ​ສາ​ກົນ ,ຮ່ວມ​ກັນ​ສ້າງ​ນະ​ໂຍ​ບາຍ​ພາ​ສີ​ແບບ​ເປັນ​ມິດ​ກັນ, ປັບ​ປຸງ​ກົດ​ລະ​ບຽບ​ພາ​ສີ​ສາ​ກົນ​ຄືນ​ໃໝ່ ​ແລະ​ອື່ນໆ.

ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ດ້ານພາ​ສີ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ​ມາ​ແລ້ວ 3 ຄັ້ງ ແລະ​ຖືກ​ຈັດ​ເຂົ້​າ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ຊັ້ນ​ສູງ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ໃນ​ປີ 2017.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ