ລັດຖະມົນຕີກະຊວງການຕ່າງປະເທດຈີນພົບປະກັບລັດຖະມົນຕີກະຊວງການຕ່າງປະເທດລາວ
2017-12-16 14:18:15  cri 

ທ່ານຫວາງຢີ້ ລັດຖະມົນຕີການຕ່າງປະເທດຈີນໄດ້ພົບປະກັບທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວໂອ​ກາດ​ເດີນ​ທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຄັ້ງທີ 3 ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ວັນ​ທີ 15 ທັນ​ວາ​ນີ້, ທ່ານຫວາງຢີ້ກ່າວວ່າ, ການຢ້ຽມຢາມປະເທດລາວໃນເດືອນຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນ​ກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ຮັບຜົນສຳເລັດອັນຈົບງາມ ເຊິ່ງເປັນການຂຽນ​ປະ​ຫວັດ​ສາດໜ້າໃໝ່ໃຫ້ແກ່ສາຍ​ສຳ​ພັນມິດຕະພາບຈີນລາວ. ໜ້າທີ່ສຳຄັນ​ອັນ​ດັບ​ໜຶ່ງຂອງສອງຝ່າຍໃນຕໍ່ໜ້າຄື ຖືຜົນສຳເລັດການຢ້ຽມຢາມຄັ້ງນີ້ເປັນສາຍຫຼັກ, ວາງແຜນການຮ່ວມມືທີ່ແທ້ຈິງໃນຂົງເຂດຕ່າງໆ ​ຕັ້ງ​ໜ້າພະຍາຍາມອັນເພື່ອສ້າງປະ​ຊາ​ຄົມ​ຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດຈີນ-ລາວ. ສອງຝ່າຍຕ້ອງ​ປິ່ນອ້ອມການຮ່ວມກັນສ້າງ ໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ແລວທາງເສດຖະກິດຈີນລາວ, ກຳນົດໂຄງການຮ່ວມມືທີ່ສຳຄັນໂດຍໄວ, ເລັ່ງລັດສ້າງກົນໄກການຮ່ວມມືແລວທາງເສດຖະກິດຈີນ-ລາວຮ່ວມກັນ, ເລີ່ມວາງແຜນການສ້າງແລວທາງເສດຖະກິດ, ຮັບປະກັນໃຫ້ການສ້າງທາງລົດໄຟຈີນລາວດຳເນີນໄປດ້ວຍຄວາມສະດວກ.

ທ່ານສະເຫຼີມໄຊກ່າວວ່າ, ການຢ້ຽມຢາມລາວຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນເປັນນິມິດໝາຍທີ່​ດີໃນປະຫວັດສາດການ​ພົວ​ພັນ​ສອງ​ປະ​ເທດ. ລາວຈະຜັນຂະຫຍາຍຜົນສຳເລັດການຢ້ຽມຢາມໃຫ້ມີປະສິດທິຜົນ ຢູ່ບົນນ້ຳໃຈຂອງ​ຄວາມເປັນສະຫາຍ, ເປັນເພື່ອນ​ມິດ ແລະ ອ້າຍນ້ອງກັນ. ລາວຂອບໃຈນຳຈີນທີ່ໄດ້ໃຫ້ການສະໜັບສະໜູນແກ່ລາວໃນຂົງເຂດຕ່າງໆ, ຍິນດີເພີ່ມທະວີການເຊື່ອມຈອດຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງ ຕື່ມອີກ, ​ຍິນ​ດີຊຸກຍູ້ການສ້າງທາງລົດໄຟລາວ-ຈີນ ແລະ ແລວທາງເສດຖະກິດ.

ທ່ານສະເຫຼີມໄຊຍັງກ່າວຕື່ມວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ກາຍເປັນແບບຢ່າງທີ່ດີຂອງການຮ່ວມມືຢູ່ພາກພື້ນ, ໃນເວລາບໍ່ຮອດສອງປີຜ່ານມານີ້ ໄດ້ຮັບຜົນສຳເລັດສຳຄັນທີ່ແທ້ຈິງຢ່າງຫຼວງຫຼາຍ ແລະ ໄດ້ສ້າງຜົນປະໂຫຍດນັບມື້ນັບຫຼາຍຂຶ້ນໃຫ້ແກ່ປະເທດຕ່າງໆຢູ່ເຂດລ້ອງແມ່ນ້ຳ. ລາວດີໃຈຫຼາຍທີ່ຈະ​ໄດ້ເປັນປະທານໝູນ​ວຽນ​ຂອງກອງ​ປະ​ຊຸມ​ນີ້ຮ່ວມໃນປີໜ້າ, ຍິນດີຮ່ວມມືກັບຝ່າຍຕ່າງໆຢ່າງໃກ້ຊິດເພື່ອຍາດໄດ້ຜົນສຳເລັດໃຫ້ຫຼາຍກວ່າເກົ່າ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ