ຈັດກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 3 ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ
2017-12-16 08:44:19  cri 

ວັນທີ 15 ທັນວານີ້ ກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 3 ຂອງການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຈັດຂຶ້ນ ຢູ່ເມືອງຕ້າຫຼີແຂວງຢຸນນານຂອງຈີນ. ທ່ານຫວາງອີ້ ລັດຖະມົນຕີ ກະຊວງການຕ່າງປະເທດຈີນ, ທ່ານບຼາໂຊຄຸນ ລັດຖະມົນຕີກະຊວງ ການຕ່າງປະເທດ ແລະການຮ່ວມມືສາກົນກຳປູເຈຍ, ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ, ທ່ານດຸນ    ລັດຖະ ມົນຕີກະຊວງການຕ່າງປະເທດໄທ, ທ່ານເຈຍຕິງ ລັດຖະມົນຕີກະຊວງການຮ່ວມມືສາກົນມຽນມາ, ທ່ານຝານປິງມິງ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມໄດ່ ຫວນຄືນຄວາມຄືບໜ້າຂອງ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ໄດ້ວາງແຜນໃຫ້ແກ່ວຽກງານໃນຂັ້ນຕອນຕໍ່ໄປ ແລະໄດ້ທຳ ການກະກຽມໃຫ້ແກ່ການຈັດກອງປະຊຸມຜູ້ນຳຄັ້ງທີ 2.ກອງປະຊຸມດັ່ງກ່າວມີທ່ານຫວາງອີ້ ແລະທ່ານ ບຼາໂຊຄຸນເປັນປະທານຮ່ວມກັນ.


ທ່ານຫວາງອີ້ກ່າວວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກົນໄກຮ່ວມມືອະນຸ ພາກພື້ນແບບໃໝ່ທີ່ 6 ປະເທດຢູ່ລ່ອງແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງສ້າງຂຶ້ນໂດຍຜ່ານການປຶກ ສາຫາລືຮ່ວມກັນ, ສ້າງສາຮ່ວມກັນແລະຊົມເຊີຍ ຜົນປະໂຫຍດຮ່ວມກັນ. ນັບແຕ່ສ້າງຕັ້ງຂຶ້ນໜຶ່ງ ປີປາຍມານີ້ ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮັບຜົນງານພົ້ນເດັ່ນທີ່ປະຈັກຕາຄົນ, ກົນໄກນີ້ພວມເດີນໄປສູ່ລວງເລິກແລະລວງກວ້າງຢ່າງບໍ່ຢຸດຢັ້ງ.


ບັນດາລັດຖະມົນຕີການຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມໄດ້ຢືນຢັນຜົນງານ ແລະຄວາມໄວການພັດທະນາຂອງການຮ່ວມມແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ໂດຍເຫັນວ່າ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງແມ່ນກົນໄກການຮ່ວມມືອະນຸພາກພື້ນແບບໃໝ່.ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ກັບກົນໄກຮ່ວມມືຢູ່ອະນາພາກພື້ນທີ່ມີຢູ່ໃນປັດຈຸບັນຕ່າງມີທ່າແຮງຂອງຕົນເອງ ສາມາດຊ່ວຍຊູຍູ້ໜູນກັນໄດ້ ແລະພັດທະນາ ໄປພ້ອມກັນ. ບັນດາຝ່າຍທີ່ຮ່ວມປະຊຸມເຫັນດີແຜນ ການແລະຂໍ້ສະເໜີ ຂອງຈີນກ່ຽວກັບ ການພັດທະນາຂອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນອະ ນາຄົດ, ແລະເຫັນດີຮ່ວມກັນ ສ້າງເຂດພັດ ທະນາເສດຖະກິດ ລ່ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດຢູ່ລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເພື່ອປະກອບສ່ວນຫຼາຍກວ່າເກົ່າໃນການສ້າງຄວາມຜາສຸກໃຫ້ແກ່ປະຊາຊົນໃນພາກພື້ນແຫ່ງນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ