ທ່ານສະເຫຼີມໄຊ ກົມມະສິດກ່າວ: ນະໂຍບາຍການຕ່າງ ປະເທດຕໍ່ບັນດາປະເທດອ້ອມຂ້າງຂອງຈີນ ແມ່ນເຕັມ ໄປດ້ວຍສັນຕິພາບ ແລະມິດຕະພາບ
2017-12-16 13:06:36  cri 

ຕາມຂ່າວ CRI: ກອງປະຊຸມລະດັບລັດຖະມົນຕີການຕ່າງປະເທດຄັ້ງທີ 3 ຂອງການ ຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໄດ້ໄຂຂຶ້ນຢູ່ເມືອງຕ້າຫຼີແຂວງຢຸນນານຈີນໃນວັນທີ 15 ທັນວານີ້, ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວທີ່ໄປຮ່ວມກອງປະຊຸມກ່າວວ່າ, ນະໂຍບາຍການຕ່າງປະເທດຕໍ່ບັນດາປະເທດອ້ອມຂ້າງ ຂອງຈີນແມ່ນເຕັມໄປດ້ວຍສັນຕິພາບ ແລະມິດຕະພາບ,ຈະມີຜົນດີຕໍ່ການບັນລຸຂໍ້ລິເລີ່ມການສ້າງ ເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ທີ່ສະເໜີໂດຍທ່ານສີຈິ້ນຜິງ ປະທານປະເທດ ສປ ຈີນ.

ທ່ານສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ຂໍ້ລິເລີ່ມກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳ ຂອງມວນມະນຸດ ໂດຍກ່າວວ່າ:

ຂ້າພະເຈົ້າເຫັນວ່າ ປະຊາຄົມຮ່ວມຊາຕາກຳທີ່ສະເໜີໂດຍທ່ານປະທານສີຈິ້ນຜິງແມ່ນທັດສະ ນະທີ່ດີທີ່ສຸດ, ແລະເປັນແນວຄິດທີ່ດີ. ພວກເຮົາດຳລົງຊີວິດຢູ່ໃນໂລກທີ່ສັບສົນ ແລະເຕັມໄປ ດ້ວຍປັດໄຈບໍ່ແນ່ນອນຕ່າງໆ, ການທີ່ເຮັດໃຫ້ປະຊາຊົນທົ່ວໂລກຢູ່ຮ່ວມກັນ ຢ່າງຖືກຕ້ອງ ປອງດອງກັນແມ່ນເປົ້າໝາຍ ກໍ່ຄືຄວາມປາຖະໜາຂອງທົ່ວທຸກຄົນ.ຂ້າພະເຈົ້າເຫັນວ່າ ສິ່ງສຳຄັນ ທີ່ສຸດແມ່ນເຮັດແນວໃດ ບັນລຸຄວາມໃຝ່ຝັນນີ້ໃຫ້ເປັນຈິງ, ແລະການຊາບຊຶມທັດ ສະນະດັ່ງກ່າວ ຢ່າງລົງເລິກ ກໍ່ສຳຄັນຫຼາຍ. ສະນັ້ນ ທົ່ວໂລກບໍ່ວ່າຈະແມ່ນ ປະເທດນ້ອຍໃຫຍ່ ລ້ວນແຕ່ຄວນ ຮ່ວມມືກັນຮັບມືກັບສິ່ງທ້າທາຍແລະບັນຫາສັບສົນຕ່າງໆທີ່ປະເຊີນໜ້າ, ເຊິ່ງ ເຮັດແນວນີ້ຈິ່ງສາ ມາດເຮັດໃຫ້ທັດສະນະດັ່ງກ່າວກາຍເປັນພື້ນຖານແຫ່ງຄວາມກ້າວໜ້າ, ປັດຈຸບັນ ພວກເຮົາກໍ່ກຳ ລັງພິຈາລະນາວ່າເຮັດແນວໃດ ກ້າວເດີນໄປຕາມທິດນີ້ແລ້ວ.


ທ່ານສີຈິ້ນຜິງໄດ້ສະເໜີແຜນພັດທະນາຂອງຈີນໃນຕໍ່ໜ້ານີ້ໃນບົດລາຍງານຂອງກອງປະຊຸມ ໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ ແລະກ່າວວ່າ ຈີນຈະລົງເລິກການພົວພັນກັບບັນດາ ປະເທດຢູ່ອ້ອມຂ້າງໂດຍອີງຕາມທັດສະນະທີ່ສະໜິດສະໜົມ ຈິງໃຈ ສ້າງຜົນປະໂຫຍດ ແກ່ ກັນແລະ ມີຄວາມໂອບເອື້ອຍອາລີຕໍ່ກັນ, ແລະທິດທາງການຕ່າງປະເທດຕໍ່ປະເທດອ້ອມ ຂ້າງ ທີ່ຖືກຕ້ອງປອງດອງກັບປະເທດ ອ້ອມຂ້າງ, ເປັນໝູ່ເພື່ອນກັບປະເທດອ້ອມຂ້າງ. ເຊິ່ງການ ຮ່ວມມືແມ່ນ້້ຳລ້ານຊ້າງ-ແມ່ນ້ຳຂອງກໍ່ເປັນການສະແດງເຖິງທັດສະນະທີ່ສະໜິດ ສະໜົມ ຈິງ ໃຈສ້າງຜົນປະໂຫຍດແກ່ ກັນແລະ ມີຄວາມໂອບເອື້ອຍອາລີຕໍ່ກັນ ທ່ານສະເຫຼີມໄຊກ່າວວ່າ:

ພວກເຮົາເຫັນວ່ານະໂຍບາຍການຕ່າງປະເທດຂອງຈີນເຕັມໄປດ້ວຍສັນຕິພາບແລະມິດຕະພາບພວກເຮົາເຊື່ອວ່າຈີນກຳລັງທຳຄວາມທຳຄວາມ ພະຍາຍາມສ້າງໂອກາດໃຫ້ ແກ່ພາກພື້ນແຫ່ງນີ້ກໍ່ຄືໃຫ້ແກ່ທົ່ວໂລກ. ນະໂຍບາຍການຕ່າງປະເທດຕໍ່ບັນດາປະເທດອ້ອມຂ້າງແມ່ນພາກສ່ວນ ໜຶ່ງຂອງນະໂຍບາຍການຕ່າງປະເທດຂອງຈີນ,ເຊິ່ງເປັນພາກສ່ວນໜຶ່ງທີ່ເຮັດໃຫ້ປະຊາຄົມຮ່ວມ ຊາຕາກຳຂອງມວນມະນຸດ ທີ່ສະເໜີໂດຍ ທ່ານສີຈິ້ນຜິງນັ້ນບັນລຸຜົນເປັນຈິງໃນທີ່ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ