ເຂດກວາງ​ຊີ​ໃຊ້​ງົບ​ປະ​ມານ​ເກືອບ 100 ລ້ານຢວນ​ເພື່ອ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ ແລ​ະ​ຊ່ວຍ​ເຫຼືອ​ຜູ້​ພະ​ເນ​ຈອນ ແລະ​​ຜູ້​ຂໍ​ທານ
2017-12-17 16:11:53  cri 
ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ພະ​ແນກການ​ເງິນ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ໃຫ້​ຮູ້​ວ່າ, ປີ 2017 ເຂດ​ກວາງ​ຊີໄດ້​ໃຊ້​ງົບ​ປະ​ມານ​ເກືອບ 100 ລ້ານຢວນ​ເພື່ອ​ຊຸກ​ຍູ້​ວຽກ​ງານ​ຊ່ວຍ​ເຫຼືອ ແລະ​ຄຸ້ມ​ຄອງ​ຜູ້​ພະ​ເນ​ຈອນ ແລະ​ຜູ້​ຂໍ​ທານ, ​ເພື່ອຮັບ​ປະ​ກັນ​ສິດ ແລະ​ຜົນ​ປະ​ໂຫຍດ​ດ້ານ​​ຊີ​ວິດ​ພື້ນ​ຖານ​ຂອງ​ກຸ່ມ​ຄົນ​ດັ່ງ​ກ່າວ.

ຕາມ​ຂ່າວ​ແຈ້ງວ່າ, ປີ 2017, ອົງ​ການ​ປົກ​ຄອງ​ເຂດ​ກວາງ​ຊີ​ໄດ້​ໃຊ້​ງົບ​ປະ​ມານ83 ລ້ານກວ່າ​ຢວນ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ຊ່ວຍ​ເຫຼືອ​ຜູ້​ພະ​ເນ​ຈອນ ແລະ​ຜູ້​ຂໍ​ທານ. ​ດ້ານ​ໜຶ່ງ​, ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ດຳ​ລົງ​ຊີ​ວິດ, ການ​ປິ່ນ​ປົວ, ການ​ສຶກ​ສາ, ສົ່ງ​ກັບ​ຄືນ​ບ້ານ​ເກີດ ແລະ​ຈັດ​ບ່ອນ​ຢູ່​ອາ​ໄສ​ຊົ່ວ​ຄາວ​; ໃນ​ອີກ​ດ້ານ​ໜຶ່ງ, ​ໂດຍ​ຜ່ານ​ການ​ຈັດ​ຊື້​ການ​ບໍ​ລິ​ການ​ເພື່ອ​ສະ​ໜັບ​ສະ​ໜູນ​ໜ່ວຍ​ງານ​ວິ​ຊາ​ການດ້ານ​ວຽກ​ງານ​ສັງ​ຄົມ​ໃຫ້​ການ​ບໍ​ລິ​ການ​ທີ່​ມີ​ລັກ​ສະ​ນະ​ສະ​ເພາະ ແລະ ຫຼາຍ​ຮູບ​ການ​ໃຫ້​ແກ່​ກຸ່ມ​ຄົນ​ທຸກ​ຍາກ ເຊິ່ງ​ລວມ​ທັງ​ຜູ້​ພະ​ເນ​ຈອນ ແລະ​ຜູ້​ຂໍ​ທານ, ຊຸກ​ຍູ້​​ໃຫ້ທົ່​ວ​ສັງ​ຄົມ​ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ຊ່ວຍ​ເຫຼືອ​ວຽກ​ງານ​ໃນ​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ