ຊ່ຽວ​ຊານ​ຫວຽດ​ນາມ​ຊົມ​ເຊີຍ​ຜົນ​ງານ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2017-12-17 17:18:15  cri 
​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຫວງ​ກົກ​ຢົງ, ກຳ​ມະ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ອະ​ນຸ​ລັກ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ຫວຽດ​ນາມ​ກ່າວ​ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ວ່າ, ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງໄດ້​ຮັບ​ຜົນ​ງານ​ທີ່​ສຳ​ຄັນ ​ແຕ່​ການ​ສ້າງ​ຕັ້ງ​ຂຶ້ນ​​ເປັນເວ​ລາ​ກວ່າ 1 ປີ​ສັ້ນໆ, ​ໃນ​ນັ້ນຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ.

ທ່ານ​ຫວງ​ກົກ​ຢົງ​ກ່າວ​ວ່າ, ໂຄງ​ການທີ່​ໄດ້​ຜົນ​ເກັບ​ກ່ຽວ​ເບື້ອງ​ຕົ້ນ 45 ໂຄງ​ການ​ທີ່​ກຳ​ນົດ​ໄວ້​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມີ​ນາ​ປີ​ຜ່ານ​ມາ, ຮອດ​ປັດ​ຈຸ​ບັນ​ສ່ວນຫຼາຍ​ໄດ້​ສຳ​ເລັດ​ລົງ ຫຼື ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງແທ້​ຈິງ, ​ເຊິ່ງ​ເປັນ​ຜົນ​ສຳ​ເລັດ​ອັນ​ສຳ​ຄັນ​ແຕ່​ການ​ສ້າງ​ຕັ້ງ​ກົນ​ໄກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງເປັນ​ຕົ້ນ​ມາ.

ທ່ານ​ກ່າວ​ຕື່ມ​ວ່າ, ກົນ​ໄກ​ກອງ​ປະ​ຊຸມ​ພົບ​ປະຫຼາຍ​ລະ​ດັບ ເຊິ່ງ​ລວມ​ທັງ​ກອງ​ປະ​ຊຸມ​ສຸດຍອດ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງແລະ​ອື່ນໆ​ໄດ້​ສ້າງ​ເວ​ທີ​ອັນ​ສຳ​ຄັນ​ໃຫ້​ແກ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ເສີມ​ສ້າງ​ຄວາມ​ຮັບ​ຮູ້​ກັນ ຜ່ອນຜັນກັນ ແລະ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລະ​ກັນ​ຢ່າງ​ສະ​ເໝີ​ພາບ​ກັນ, ບັນ​ດາ​ປະ​ເທດ​ສາ​ມາດ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ທີ່​ສົນ​ໃຈ​ຮ່ວມ​ກັນ, ເຊິ່ງ​ລວມ​ທັງ​ບັນ​ຫາ​ຊັບ​ພະ​ຍາ​ກອນ​ນ້ຳ ແລະ​ອື່ນໆ, ເຊິ່ງ​ໄດ້​ເພີ່ມຄວາມ​ເຂົ້າ​ໃຈ​ກັນ ແລະ​ການຮ່ວມ​ມື​ກັນ. ທ່ານ​ໄດ້​ຊີ້​ອອກ​ເປັນ​ພິ​ເສດ​ວ່າ, ບໍ່​ວ່າ​ໃນ​ການ​ລິ​ເລີ່ມ​ສ້າງ​ຕັ້ງ​ກົນ​ໄກ​ຮ່ວມ​ມື,  ຫຼື ຊຸກ​ຍູ້​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ໃຫ້ພັດ​ທະ​ນາ​ແບບ​ຍືນ​ຍົງ​, ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຍາວ​ນານ​ຂອງ​ພາກ​ພື້ນ ແລະ​ອື່ນໆ, ຈີນ​ລ້ວນ​ແຕ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ