ກອງ​ປິ່ນ​ປົວ​ເຫີ​ຜິງ​ໃຫ້ການ​ບໍ​ລິ​ການ​ປີ່ນ​ປົວ​ດ່ວນ​ແກ່ປະ​ຊາ​ຊົນ​ເກາະ​ອາ​ທໍ​ໂຮ
2017-12-17 17:29:07  cri 

ກຳ​ປັ່ນ​ປິ່ນ​ປົວ​ເຫິ​ຜິງ​ຟ່າງ​ໂຈ່ວ​ທະ​ຫານເຮືອ​ຈີນ​ທີ່​ປ​ະ​ຕິ​ບັດ​ໜ້າ​ທີ່​ພາ​ລະ​ກຳ​ເພື່ອ​ຄວາມ​ປອງດອງ​ກັນ​ປີ2017 ໄດ້​ເດີນ​ທາງ​ໄປ​ຮອດ​ນະ​ຄອນ​ຫຼວງ​ຕີ​ລີ​ຂອງ​ປະ​ເທດ​ຕີ​ມໍ​​ແລ​ສ​ເຕ, ເລີ່ມ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​​ເປັນ​ເ​ວ​ເລາ 8 ວັນ​ແລະ​ໃຫ້ການ​ບໍ​ລິ​ການ​ປິ່ນ​ປົວ​ທາງ​ມະ​ນຸດ​ສະ​ທຳ. ວັນ​ທີ 16 ທັນ​ວ​ານີ້, ກອງ​ປິ່ນ​ປົວ​ທີ່​ປະ​ກອບ​ດ້ວຍ 33 ຄົນ​ໄດ້​ຂຶ້ນ​ເກາະ​ອາ​​ທາວ​ໂຣ​ທີ່​ໄກ​ຈາກນະ​ຄອນ​ຫຼວງ​ຕີ​ລີ​ປະ​ມານ 30 ກິ​ໂລ​ແມັດ ເພື່ອ​ໃຫ້​ການ​ປິ່ນ​ປົວ​ດ່ວນ​ແກ່​ປະ​ຊາ​ຊົນເທີງ​ເກາະ​ທີ່​ຂາດເງື່ອນ​ໄຂ​ດ້ານ​ການ​ປິ່ນ​ປົວ.

ແພດ​ໝໍ​ຈີນ​ໄປ​ຮອດ​​ເກາະນີ້ ບໍ່​ພຽງ​ແຕ່​ໄດ້​ແກ້​ຄວາມ​ເຈັບ​ບວດ​ຂອງ​ຜູ້ເປັນ​ພະ​ຍາດ​ເທົ່າ​ນັ້ນ,ຍັງໃຫ້ກຳ​ລັງ​ໃຈ​ແກ່​ແພດ​ໝໍ​ເທີງ​ເກາະ. ​ແພດ​ໝໍ​ເທິງ​ເກາະ​ເປັນ​ແພດ​ໝໍ​ທົ່ວ​ໄປ, ບໍ່​​ມີ​ແພດ​ໝໍວິ​ຊາ​ການ, ສ່ວນກອງ​ປິ່ນ​ປົວ​ເຫິ​ຜິງ​ແມ່ນ​ປະ​ກອບ​ດ້ວຍ​ແພດ​ໝໍ​​ວິ​ຊາ​ການ, ໄດ້​ແກ້​ໄຂ​ຫຼາຍ​ບັນ​ຫາ​ຂອງ​ທ້ອງ​ຖິ່ນ. ໃນ​ວັນ​ທີ 16 ທັນ​ວາ​, ກອງ​ປິ່ນ​ປົ​ວ​ຈີນ​ໄດ້​ໃຫ້​ການ​ບໍ​ລິ​ການ​ປິ່ນ​ປົວ​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ 484 ຄົນ, ທ່ານຊຸນ​ທາວ ຫົວ​ໜ້າ​ກອງ​ປິ່ນ​ປົວ​ເວົ້າ​ວ່າ: "ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ກິ​ດ​ຈະ​ການ​ປີ່ນ​ປົວ​ແບບ​ນີ້​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຮູ້​ຈັກ​ກັບ​ປະ​ຊາ​ຊົນ​ຈີນ​ຫຼາຍກວ່າ​ເກົ່າ, ​ຈະ​ເພີ່ມ​ຄວາມ​ເຂົ້າ​ໃຈ, ແລະເພີ່ມ​ໄມ​ຕີ​ຈິດ​ມິດ​ຕະ​ພາບຂອງ​ທັງ​ສອງ​ຝ່າຍ, ພ້ອມ​ທັງ​ຈະ​ເປັນ​ບົດ​ຮຽນ​ທີ່​ດີ​ໃຫ້​ພວກ​ເຮົາ​ໃນ​ການ​ບໍ​ລິ​ການ​ມະ​ນຸດ​ສະ​ທຳ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ