ຍອດ​ມູນ​ຄ່າການ​ສົ່ງ​​ອອກອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງບໍ​ລິ​ສັດ​ອາຍ​ແກັ​ສ​ທຳ​ມະ​ຊາດ​​ຣັດ​ເຊຍ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປີນີ້
2017-12-17 17:42:01  cri 
ວັນ​ທີ 16 ທັນ​ວານີ້ ບໍ​ລິ​ສັດ​ອາຍ​ແກັ​ສ​ທຳ​ມະ​ດ​ຊາດຮຸ້​ນ​ສ່ວນ​​ຣັດ​ເຊຍແຈ້ງ​ໃຫ້​ຮູ້​ວ່າ, ນັບ​ມາ​ຮອດ​ເດືອນ​ທັນ​ວານີ້, ຍອດ​ມູນ​ຄ່າການ​ສົ່ງ​​ອອກອາຍ​ແກັ​ສ​ທຳ​ມະ​ຊາດ​​ຂອງ​ບໍ​ລິ​ສັດ​ຕົນໄດ້​ບັນ​ລຸ 184 ຕື້ 200 ລ້ານແມັດ​ກ້ອນ​, ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີຜ່ານ​ມາ 8,3%, ຫຼາຍກວ່າ​ລະ​ດັບ​​ສະ​ເລ່ຍ​ຂອງ​ໝົດ​ປີ​​ຜ່ານ​ມາ.

​​ເຈົ້າ​ໜ້າ​ທີ່ບໍ​ລິ​ສັດ​ນີ້​ກ່າວ​ວ່າ, ຕາມ​ສະຖິ​ຕິ​ເບື້ອງ​ຕົ້ນ, ​ນັບແຕ່​ວັນ​ທີ 1 ມັງ​ກອນ​ຫາວັນ​ທີ 15 ທັນ​ວາ​ປີນີ້ ຍອດ​ຈຳ​ນວນ​ຜະ​ລິດ​ອາຍ​ແກັ​ສ​ທຳ​ມະ​ຊາດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ​ເວ​ລາ​ດຽວ​ກັນ​ຂອງ​ປີ​​ຜ່ານ​ມາເຖິງ 13,4% ເຊິ່ງ​ເພີ່ມ​ຂຶ້ນ​ເປັນ 447 ຕື້ 900 ລ້ານແມັດ​ກ້ອນ.

ປີ​2016, ຍອດ​ມູນ​ຄ່າການ​ສົ່ງ​​ອອກອາຍ​ແກັ​ສ​ທຳ​ມະ​ຊາດ​ຂອງບໍ​ລິ​ສັດນີ້​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ເຊິ່ງ​ບັນ​ລຸ​ເຖິງ 179 ຕື້ 300 ລ້ານແມັດ​ກ້ອນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ2015 12.5%. ທ່ານ​ມີ​ເລີ ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ກ່າວ​ວ່າ, ຍອດ​ມູນ​ຄ່າການ​ສົ່ງ​​ອອກໃນ​ປີນີ້​ອາດຈະ​ຫຼາຍກວ່າ 192 ຕື້ແມັດ​ກ້ອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ