ຈີນ​ເນັ້ນການ​ເງິນ​ຈະ​ຕ້ອງ​ບໍລິການ​ເສດຖະກິດຕົວ​ຈິງ ​ທັງ​ປ້ອງ​ກັນ​ຄວາມ​ສ່ຽງ
2017-12-18 16:31:26  cri 
ກອງ​ປະຊຸມ​ວຽກ​ງານ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ທີ່​ສຳ​ເລັດລົງ​ເມື່ອ​ບໍ່​ດົນ​ຜ່ານ​ມາ ​ໄດ້​ກຳນົດທິດ​ທາງ​ພື້ນຖານ​ຂອງ​ວຽກ​ງານ​ເສດຖະກິດ​ໃນ​ປີ 2018 ​ໂດຍ​ໄດ້​ຊີ້​ອອກ​ຢ່າງ​ຈະ​ແຈ້ງວ່າ: ​ໃນ​ປີ 2018, ຈະ​ຕ້ອງ​ປ້ອງ​ກັນ-​ແກ້​ໄຂ​ຄວາມ​ສ່ຽງ​ອັນ​ໃຫຍ່ຫຼວງ ​ແລະ​ເຮັດ​ໃຫ້​ອັດຕາ​ໄມ້​ງັດ​ມະຫາ​ພາກ​ຖືກ​ຄວບ​ຄຸມ​ໄວ້​ຢ່າງ​ມີ​ປະສິດທິຜົນ, ທາງການ​ເງິນມີ​ຄວາມ​ສາມາດ​ເພີ່ມ​ຂຶ້ນ​ໃນ​ການ​ບໍລິການ​ເສດຖະກິດ​ຕົວ​ຈິງ(Real economy), ວຽກ​ງານ​ການ​ປ້ອງ​ກັນ​ຄວາມ​ສ່ຽງ​ໄດ້​ຮັບ​ຜົນ​ທີ່​ດີ ​ເຊິ່ງທັງ​ໝົດນີ້​ຈະ​ເປັນ​ຈຸດ​ສຳຄັນ​ຂອງ​ວຽກ​ງານ​ການ​ເງິນ​ໃນ​ກ້າວ​ຕໍ່​ໄປ. ຂະນະ​ທີ່​ທາງ​ດ້ານ​ການຕະຫຼາດກໍ​ຄາດ​ວ່າ ​ກອງ​ປະຊຸມ​ວຽກ​ງານ​ເສດຖະກິດ​ສູນ​ກາງ​ຈີນ​ຈະ​ເນັ້ນການ​ເງິນ​ຄວນ​ບໍລິການ​ເສດຖະກິດ​ຕົວ​ຈິງ ​ແລະ ປ້ອງ​ກັນ​ຄວາມ​ສ່ຽງ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ