ຈີນ​-ຟີ​ລິບ​ປີນ​ເລີ່ມ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ໂທ​ລະ​ພາບ, ຮູບ​ເງົາ​ແລະ​ວິ​ທະ​ຍຸ
2017-12-18 16:52:58  cri 

ຕາມ​ຂ່າວ CRI: ວັນ​ທີ 15 ທັນ​ວາ​ນີ້​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປີນໄດ້​ເປີດ​ໂຄງ​ການ​ຮ່ວມ​ມື​ສື່ມວນ​ຊົນ​ຈີນ-ຟີ​ລິບ​ປີອີກສອງ​ໂຄງ​ການ​ໃໝ່​ຄື​: ​ການ​ຮ່ວມ​ຜະ​ລິດ​ລາຍ​ການ​ໂທ​ລະ​ພາບ​ແລະ​ຮູບ​ເງົາ​ແລະ​ຮ່ວມ​ກັນ​ສ້າງ​ລາຍ​ການ​ວິ​ທະ​ຍຸ.

ຜູ້​ຕາງ​ໜ້າ​ຈາກວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI, ກົມ​ຖະ​ແຫຼງ​ຂ່າວ​ຂອງ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ, ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ແລະ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ທີ່​ຂຶ້ນ​ກັບ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ຟີ​ລິບ​ປີນແລະ​ຜູ້​ຕາງ​ໜ້າ​ຈາກ​ຝ່າຍ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ໂຄງ​ການ​ດັ່ງ​ກ່າວ. ທ່ານ​ຫູ​ປ່າງ​ເຊີ້ງ, ຮອງ​ຜູ້​ອຳ​ນວຍ​ການ CRIແລະ​ທ່ານ​ດິ​ໂນ ອັນ​ໂຕ​ນິ​ໂອ ຜູ້​ອຳ​ນວຍ​ການ​ສະ​ຖາ​ນີ​ໂທ​ລະ​ພາບ​ແຫ່ງ​ຊາດ​ຟີ​ລິບ​ປີນ​ໄດ້​ຕາງ​ໜ້າ​ສອງ​ຝ່າຍ​ເຊັນ​ສັນ​ຍາ​ຖ່າຍ​ທຳ​ຟິມ​ສາ​ລະ​ຄະ​ດີ​ທີ່​ມີ​ຫົວ​ຂໍ້​ "ຊາວ​ຟີ​ລິບ​ປີນ​ຢູ່​ປະ​ເທດ​ຈີນ", ແລະ​ສັນ​ຍາ​ຮ່ວມ​ມື​ສາຍ "ລະ​ຄອນ​ຈີນ" ທາງ​ໂທ​ລະ​ພາບ​ຟີ​ລິບ​ປິນ.
ນອກ​ຈາກ​ມີ CRIແລະ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ຟີ​ລິບ​ປີນ​ຍັງ​ໄດ້​ສ້າ​ງ​ຫ້ອງ​ການ​ຮ່ວມ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ. ເລີ່ມ​ແຕ່​ເດືອນ​ສິງ​ຫາ​ປີ​ນີ້, ສອງ​ລາຍ​ການຊື່​ວ່າ: ຊາວ​ຟີ​ລິບ​ປີນ​ຢູ່​ປະ​ເທດ​ຈີນ​ແລະ​ທີ່​ນີ້​ແມ່ນ​ປະ​ເທດ​ຈີນ​ທີ່​​ຜະ​ລິດໂດຍ​ພະ​ແນກ​ພາ​ສາ​ຟີ​ລິບ​ປີນ​ຂອງ CRI ຈະ​ອອກ​ອາ​ກາດ​ຢູ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ຟີ​ລິບ​ປີນ.

1  2  3  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ