ກອງທັບ​ອາກາດ​ຈີນ​ບິນ​ໄປ​ຝຶກ​ແອບ​ຢູ່​ທະ​ເລ​ຍີ່ປຸ່ນ
2017-12-19 16:45:12  cri 


ທ່ານ​ເຊິ່ນ​ຈິ້ນ​ເຄີ່ ​ໂຄສົກ​ກອງທັບ​ອາກາດ​ຈີນ ຢືນຢັນ​ໃນ​ວັນ​ທີ 18 ທັນວາ​ນີ້​ວ່າ: ​ໃນ​ວັນ​ດັ່ງກ່າວ, ຍົນ​ຮົບ​ຈີນຫຼາຍປະ​ເພດຫຼາຍລຳ ​ເຊັ່ນ ຍົນ​ຖິ້ມ​ລະ​ເບີດ, ຍົນຂັບ​ໄລ່ ​ແລະ ຍົນສືບ​ຂ່າວ​ຂອງກອງທັບ​ອາກາດ​ຈີນ ​​ໄດ້​ບິນ​ຜ່ານ​ຊ່ອງ​ແຄບ​ທະ​ເລ​ຊູ​ຊີ​ມະ ຢ່າງ​ເປັນ​​ແຖວ ​ເພື່ອ​ໄປ​ຝຶກ​ແອບ​ຢູ່​ເຂດ​ນ່ານຟ້າ​ສາກົນ​ເທິງ​ທະ​ເລ​ຍີ່ປຸ່ນ ​ແລະ​ກວດກາ​ຄວາມ​ສາມາດ​ການ​ສູ້​ຮົບ​ຕົວ​ຈິງ​ທາງ​ທະ​ເລ​ໄກ.

ທ່ານ​ເຊິ່ນ​ຈິ້ນ​ເຄີ່ ກ່າວ​ຕື່ມ​ວ່າ: ການ​ຝຶ​ກ​ແອບ​ທາງ​ທະ​ເລ​ໄກ​ເທື່​ອນີ້​ ​ກອງທັບ​ອາກາດ​ຈີນ​​ໄດ້ບິນ​ຜ່ານ​ຊ່ອງ​ແຄບ​ທະ​ເລ​ຊູ​ຊີ​ມະ​ ເປັນຄັ້ງທຳ​ອິດ​ ໂດຍ​ຍົນ​ຖິ້ມ​ລະ​ເບີດ ຮົງ-6K ​ແລະ ຊູ-30 ​ເປັນຕົ້ນ​ໄດ້​ກຽມ​ຄວາມ​ພ້ອມ​ຢູ່​ສະໜາມ​ບິນ​ທີ່​ໄດ້ຈັດ​ໄວ້​ຍົນ​ດັ່ງກ່າວ ​ແລະ ບິນ​ຜ່ານ​ຊ່ອງ​ແຄບ​ທະ​ເລ​ຊູ​ຊີ​ມະ ​ເພື່ອ​ໄປ​ຝຶກ​ແອບ​ຢູ່​ເຂດ​ນ່ານຟ້າ​ສາກົນ​ເທິງ​ທະ​ເລ​ຍີ່ປຸ່ນ ທັງ​ສາມາດ​ຮັບ​ມື​ກັບ​ການ​ລົບ​ກວນ​ຈາກ​ຍົນ​ທະຫານ​ຂອງ​ຕ່າງປະ​ເທດ ​ແລະ​ບັນລຸ​ຈຸດປະສົງ​ການ​ຝຶກ​ແອບ​ທີ່​ກຳນົດ​ໄວ້ ພ້ອມ​ທັງ​ສາມາດ​ຍົກ​ສູງ​ຄວາມ​ສາມາດການ​ເຄື່ອນ​ທັບ​ທາງ​ທະ​ເລ​ໄກ​ຂອງ​ຕົນ​. ການ​ຝຶກ​ແອບ​ດັ່ງກ່າວ​ແມ່ນ​ການປະຕິບັດຕາມ​ປົກກະຕິ​ທີ່​ນອນ​ຢູ່​ໃນ​ແຜນການ​ຝຶກ​ແອບ​ປະຈຳ​ປີ​ຂອງ​ກອງທັບ​ອາກາດ​ຈີນ ​ແລະ​ສອດຄ່ອງ​ກັບ​ກົດໝາຍ​ສາກົນ​ແລະ​ພຶດຕິ​ກຳ​ຕົວ​ຈິງ​ໃນ​ສາກົນ ​ແລະບໍ່​ໄດ້​ແນ​ໃສ່​ປະ​ເທດ​ໃດ, ​ເຂດ​ແຄວ້ນ​ໃດ ​ແລະ​ເປົ້າໝາຍ​ໃດໆ.

ຂະນະ​ທີ່​ຊ່ອງ​ແຄບ​ທະ​ເລ​ຊູ​ຊີ​ມະ ​​ບໍ່​ແມ່ນ​ເຂດທະ​ເລ​ຂອງ​ປະ​ເທດ​ໃດ ​ແລະ​ອີງ​ຕາມ "ສົນທິສັນຍາສະຫະ​ປະຊາ​ຊາດ​ວ່າ​ດ້ວຍ​ກົດໝາຍ​ທະ​ເລ", ​ປະ​ເທດ​​ໃດກໍ​ສາມາດເດີນ​ເຮືອ​ແລະ​ບິນ​ຜ່ານ​ຊ່ອງ​ແຄບ​ດັ່ງກ່າວ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ