ເກີດ​ພູ​ເຈື່ອນ​ຢູ່​ອິນ​ໂດ​ເນ​ເຊຍ​ເຮັດ​ໃຫ້​ຢ່າງ​ໜ້ອຍ 8 ຄົນ​ເສຍ​ຊີ​ວິດ
2017-12-19 15:45:26  cri 
ກົມ​ຕ້ານ​ໄພ​ພິ​ບັດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ໃນ​ວັນ​ທີ 18 ທັນ​ວາ​ນີ້​ວ່າ, ແຂວງ​ຊາ​ວາ​ກາງ​ປະ​ເທດ​ຕົນ​ໄດ້​ເກີດ​ພູ​ເຈື່ອນ​ໃນ​ມື້​ດຽວ​ກັນ, ປັດ​ຈຸ​ບັນ​​ມີ​ຜູ້​ເສຍ​ຊີ​ວິດ​ 8 ຄົນ​ແລະ​ໄດ້​ຮັບ​ບາ​ດ​ເຈັບ 8 ຄົນ.

ທ່ານ​ຊຸ​ໂ​ຕ​ໂປ ໂ​ປ​ໂນ ນຸ​ໂກ​ຣ​ໂຮ ໂຄ​ສົກ​ກົມ​ຕ້ານ​ໄພ​ພິ​ບັດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ, ​ໃນ​ຕອນ​ເຊົ້າ​ເວ​ລາ 10 ໂມງວັນ​ທີ 18 ທັນ​ວາ​ນີ້, ພູ​ໜ່ວຍໜຶ່ງ​ຢູ່​ແຄມ​ແມ່​ນ້ຳ​ໃນ​ເມືອງ​ມະ​ເກ​ລັງ​ແຂວງ​​ຊາ​ວາ​ກາງ​ໄດ້​ເຈື່ອນ, ເຮັດ​ໃຫ້ກຳ​ມະ​ກອນ​ຫຼາຍ​ຄົນ​ທີ່​ພວມຊຸດ​ບໍ່​ແຮ່​ຖືກ​ຝັງ​ທັນ​ທີ.

ທ່ານ​ຊຸ​ໂ​ຕ​ໂປ ກ່າວ​ວ່າ, ປັ​ດ​ຈຸ​ບັນ​ໄດ້​ພົບ​ສົບ​ຜູ້​ເສຍ​ຊີ​ວິດ 8 ຄົນ​ແລ້ວ. ​ປະ​ຈຸ​ບັນ​ຍັງບໍ່​ຮູ້​ຈຳ​ນວນລະ​ອຽດ​ຂອງ​ກຳ​ມະ​ກອນ​ທີ່​ເຮັດ​ວຽກ​ໃນ​ເວ​ລາ​ເກີດ​ອຸ​ປະ​ຕິ​ເຫດວ່າ​ມີ​ເທົ່າ​ໃດ​ແລະຄາດ​ວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ. ປັດ​ຈຸ​ບັນ​ໜ່ວຍ​ກູ້​ໄພ​ທີ່​ປະ​ກອບ​ດ້ວຍ​ທະ​ຫານ​ຕຳ​ຫຼວດ, ສູນ​ກູ້​ໄພ​ແຫ່ງ​ຊາດ, ກອງ​ດັບ​ເພີງ​ແລະ​ອາ​ສາ​ສະ​ໝັກ​ພວມ​ເລັ່ງ​ດຳ​ເນີນ​ວຽກ​ງານ​ກູ້​ໄພຢ່າງ​ເລັ່ງ​ດ່ວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ