ມີຜູ້​ເສຍ​ຊີວິດ 80 ຄົນຈາກລົມພາຍຸ "​ໄຄ​ຕັກ" ​ຢູ່​ຟິລິປິ​ນ
2017-12-19 15:29:30  cri 
ຕາມການ​ລາ​ຍງານ​ຂ່າວ​ຈາກ​ທຳນຽບປະທານາທິບໍດີ​ຟິລິປິ​ນ​ໃນ​ວັນ​ທີ 18 ທັນວາ​ນີ້​ວ່າ: ລົມພາຍຸ "​ໄຄ​ຕັກ" ​ໄດ້​ເຮັດ​ໃຫ້ 80 ຄົນ​ເສຍ​ຊີວິດ ​ແລະຫາຍສາບ​ສູນ. ປັດຈຸບັນ​ນີ້, ກຳລັງ​ແຮງ​ລົມພາຍຸ​ "​ໄຄ​ຕັກ" ​ໄດ້ຫຼຸດ​ລົງ​ແລ້ວ.

​​ລົມພາຍຸ​ນີ້​ໄດ້​ເຮັດ​ໃຫ້​ຫຼາຍ​ແຫ່ງ​ຢູ່ພາກ​ກາງ​ຟິລິປິ​ນ​ເກີດ​ນ້ຳ​ຖ້ວມ ​ແລະ​ດິນ​ພູເຈື່ອນ, ມີ 6 ໝື່ນ​ຄອບຄົວ ​2,7 ​​ແສນ​ຄົນ​​ໄດ້​ຮັບ​ຜົນ​ກະທົບ ​ແລະ​ພື້ນຖານ​ໂຄງ​ລ່າງຕ່າງໆ ​ເຊັ່ນ: ​ຂົວ, ຖະໜົນຫົນທາງ ​ແລ​ະອື່ນໆ​​ຖືກ​ເສຍ​ຫາຍຢ່າງ​ໜັກ​ໜວ່ງ. ທ່ານ​ໂຣດຣິ​ໂກ ດຸ​ເຕິ​ເຕີ ປະທານາທິບໍດີ​ຟິລິປິ​ນພ້ອມ​ດ້ວຍ​​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​​​ເດີນທາງ​ໄປ​ເຂດ​ປະ​ສົບ​ໄພ ​ເພື່ອ​ຊ່ວຍ​ເຫຼືອ ​ແລະ​ໃຫ້​ກຳລັງ​ໃຈ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ໃນ​ຄັ້ງ​ນີ້, ກົມອຸຕຸນິຍົມ​ແຫ່ງ​ຊາດ​ຟິລິປິ​ນອອກ​ຖະ​ແຫຼ​ງການ​ວ່າ: ລົມພາຍຸ "​ໄຄ​ຕັກ" ກຳລັງ​ຫຼຸດ​ລົງຕາມ​ລຳ​ດັບ ​ແລະ​ຄາດ​ວ່າ​ໃນ​ຕອນ​ບ່າຍ​ວັນ​ທີ 19 ຫາ​ວັນ​ທີ 20 ຈະ​​ເຂົ້າ​ສູ່​ສະພາບ​ປົກ​ກະຕິ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ