ຣັດ​ເຊຍ​ເລີ່ມ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່​ຢ່າງ​ເປັນ​ທາງ​ການ
2017-12-19 15:22:59  cri 
ໜັງ​ສື​ພິມ​ຣັດ​ເຊຍ​​ສະ​ບັບ​ວັນ​ທີ 18 ທັນ​ວາ​ນີ້​ໄດ້​ພິມ​ເຜີຍ​ແຜ່​ມະ​ຕິ​ສະ​ພາ​ສູງ​ຣັດ​ເຊຍວ່າ, ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2018 ຂອງ​ຣັດ​ເຊຍ​ໄດ້​ເລີ່ມ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ​ຕັ້ງ​ແຕ່​ວັນ​ທີ 18 ທັນ​ວາ​ເປັນ​ຕົ້ນ​ໄປ.

ມະ​ຕິ​ລະ​ບຸ​ວ່າ, ​ຂະ​ບວນ​ການການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊ​ຍ​ຈະ​ດຳ​ເນີນ​ໄປ​ຈົນ​ສຳ​ເລັດ​ໃນ​ວັນ​ທີ 18 ມີ​ນາ​ປີ 2018 ​ໂດຍ​ພາຍ​ໃນ 3 ເດືອນ​ຕໍ່​ຈາກ​ນີ້​ໄປ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຈະ​ຕ້ອງ​ຍື່ນ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ ໃຫ້​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ຣັດ​ເຊຍ, ເກັບ​ໂຮມ​ລາຍ​ເຊັນ​ຂອງ​ປະ​ຊ​າ​ຊົນ​ຜູ້​ມີ​ສິດ​​ປ່ອນ​ບັດເລືອກ​ຕັ້ງ, ປະ​ກາດ​ໂຄງ​ການ​ເລືອກ​ຕັ້ງ, ​ຈັດ​ການ​ໂຕ້​ວາ​ທີ​ລະ​ຫວ່າງ​ຝ່າຍ​ຄັດ​ຄ້ານ​ຂອງ​ຜູ້​ລົງ​ເລືອກ​ຕັ້ງ​ຕ່າງໆ​ຜ່ານ​​ທາງ​ສື່ມວນ​ຊົນ ​ຕາມ​ລະ​ບຽບ​ການທີ່​ລະ​ບຸ​ໄວ້​ໃນ​ກົດ​ໝາຍ.

​ຫວ່າງ​ບໍ່​ດົນ​ມາ​ນີ້, ທ່ານ​ວະ​ຣາ​ດິ​ເມຍ ປູ​ຕິນ ປະ​ທານ​າ​ທິ​ບໍ​ດີ​ຣັດ​ເຊຍ​ຄົນ​ປັດ​ຈຸ​ບັນ​ໄດ້​ປະ​ກາດ​ຈະ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ປະ​ທານ​າ​ທິ​ບໍ​ດີ​ປີ 2018 ໃນ​ຖາ​ນະ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ອິດ​ສະຫຼະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ