ປີ​ນີ້ ກຳປູ​ເຈຍ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​​ໄດ້​​ເກືອບ 4 ໝື່ນລູກ
2017-12-20 11:28:57  cri 

ທ່ານ​ເຮັງ ຣາຕານາ ຫົວໜ້າ​ສູນ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ກຳປູ​ເຈຍ ຫຼື CMAC ​ໄດ້​ເປີດ​ເຜີຍ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 19 ທັນວາ​ນີ້​ວ່າ: ປີ​ນີ້, CMAC ​ສາມາດ​ສຳ​ເລັດ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ເນື້ອ​ທີ່ 8.636 ​ເຮັກ​ຕາ ​ແລະ​ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ເຖິງ 37.448 ລູກ.

ທ່ານ​ເຮັ​ງ ຣາຕານາກ່າວ​ວ່າ: ປີໜ້າ​ແມ່ນ​ປີ​ທຳ​ອິດ​ຂອງ​ກຳປູ​ເຈຍ​ໃນ​ການ​ປະຕິບັດ "​ແຜນ​ຍຸດ​ທະ​ສາດ​ໂຄງການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ແຫ່ງ​ຊາດ​ແຕ່​ປີ 2018-2025" ​ໂດຍ​ຄະນະ​ກຳມະການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ກຳປູ​ເຈຍ​ມີ​ແຜນ​ຈະ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​​ເນື້ອ​ທີ່ 116 ກິ​ໂລ​ຕາ​ແມັດ ​ແລະ ​ແກ້​ໄຂ​ເຂດ​ທີ່​ມີ​ລະ​ເບີດ​ບໍ່​ທັນ​ແຕກ 9.000 ​ແຫ່ງ​ຢ່າງ​ຮີບ​ດ່ວນ ​ເພື່ອ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ 50.000 ລູກ ​ແລະ ຄາດ​ວ່າ​ເມື່ອ​ຮອດ​ປີ 2025, ຈະ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໃນ​ທົ່ວ​ປະ​ເທດ​ໃຫ້​​ໄດ້​ທັງໝົດ.

ຂ່າວ​ແຈ້ງຕື່ມວ່າ: ປັດຈຸບັນ, ຢູ່ກຳ​ປູ​ເຈຍ​ຍັງ​ມີ​ບໍລິ​ເວນ​ທີ່ສົງ​ໄສວ່າ​ຍັງ​ມີ​ລະ​ເບີດ​ບໍ່​ທັນ​ແຕກ​ ລວມທັງ​ມິນ ​ແລະ ລູກປືນ​ໃຫຍ່ ທີ່​ມີ​ເນື້ອ​ທີ່ກວມເຖິງ1.700 ກິ​ໂລ​ຕາ​ແມັດ, ຄາດ​ວ່າ​ຈະ​ສາມາດ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ​ໄດ້​ທັງ​ໝົດ​ເມື່ອ​ຮອດ​ປີ 2025. ຂະນະ​ທີ່​ແຕ່ລະ​ປີ ກຳປູ​ເຈຍ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ​ອົງການ​ຈັດຕັ້ງຕ່າງໆ​ຂອງສາກົນ ລວມທັງ​ຈີນ ​ໃນ​ມູນ​ຄ່າ 25 ລ້ານ​ຫາ 30 ລ້ານ​ໂດ​ລາ​ສະຫະລັດ​ເພື່ອ​ໃຊ້​​ເຂົ້າໃນ​​ໂຄງການ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ