ໄທ​ເຫັນ​ດີ​ຈະ​ເລີ່​ມກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີໜຶ່ງ​
2017-12-20 17:16:23  cri 

ທ່ານ​ອາຄົມ ​ເຕີມ​ພິດທະຍາ​ໄພສິດ ລັດຖະມົນຕີ​ກະຊວງຄົມມະນາຄົມ​ໄທ ຢືນຢັນ​ໃນ​ວັນ​ທີ 19 ທັນວາ​ນີ້​ວ່າ: ​ໃນ​ວັນ​ດັ່ງກ່າວ, ຄະນະ​ລັດຖະບານ​ໄດ້​ເຫັນ​ດີຈະ​ເລີ່​ມກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ​ໜຶ່ງ ​ເລີ່​ມ​ແຕ່​ວັນ​ທີ 21 ທັນວາ​ນີ້​ເປັນຕົ້ນ​ໄປ.

ທັງ​ນີ້, ທ່ານ​ອາຄົມ ​ໄດ້​ເປີດ​ເຜີຍ​ໃນ​ພິທີ​ຖະ​ແຫຼງຂ່າວ​ຢູ່ກະຊວງ​ຄົມມະນາຄົມວ່າ: ຄະນະ​ລັດຖະບານ ​ໄດ້​ຮັບ​ຊາບ​ຄວາມ​ຄືບ​ໜ້າ​ຂອງ​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ​ໜຶ່ງ ກໍ​ຄື ທາງ​ລົດ​ໄຟ​ຄວາມ​ໄວ​ສູງແຕ່​ນະຄອນຫຼວງບາງກອກ​ຫາ​ແຂວງ​ນະຄອນ ຣາຊະ​ສີມາ​ ​ແລະ​ໄດ້​ຮັບຮອງ​ມະຕິ​ທີ່​ກ່ຽວຂ້ອງ​ທີ່​ຄະນະ​ກຳມະການ​ປະສົມ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ​-ຈີນຕົກລົງ​ກັນ​ກ່ອນ​ໜ້າ​ນີ້ ​ເຊິ່ງ​ເນື້ອ​ໃນຕົ້ນຕໍ​ຂອງ​ມະຕິ​ດັ່ງກ່າວ ກໍ​ຄື​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ແຕ່​ບາງກອກ​ຫາ​ແຂວງ​ນະຄອນ ຣາຊະ​ສີມາ ຈະດຳ​ເນີນ​ການ​ກໍ່ສ້າງ​ໂດຍ​ແບ່ງ​ອອກ​ເປັນ 4 ຕອນ ​ແລະ​ໄດ້​ກຳນົດ​ຈະ​ເລີ່​ມກໍ່ສ້າງ​ໃນ​ວັນ​ທີ 21 ທັນວາ​ນີ້.

​ໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-​ໄທ​ໄລຍະ​ທີ​ໜຶ່ງ​ຕອນ​ທຳ​ອິດ​ທີ່​ຈະ​ເລີ່​ມກໍ່ສ້າງ ຕັ້ງຢູ່​ລະຫວ່າງ​ສະຖານີກາງ​ດົງ-ປາງ​ອະ​ໂສກ ທາງ​ລົດ​ໄຟ​ທີ່​ມີ​ຢູ່​ໃນ​ປັດຈຸບັນຢູ່​ແຂວງ​ນະຄອນ ຣາຊະ​ສີມາ, ສ່ວນອີກ 3 ຕອນທີ່​ມີ​ຄວາມ​ຍາວ 11 ກິ​ໂລ​ແມັດ, 119,5 ກິ​ໂລ​ແມັດ ​ແລະ 119 ກິ​ໂລ​ແມັດ, ​ອົງການ​ຄຸ້ມ​ຄອງ​ທາງ​ລົດ​ໄຟ​ໄທ​ມີ​ແຜນ​ຈະ​ຮຽກ​ປະມູນ ​ແລະຈະ​ກໍ່ສ້າງ​ໄປຕາມລຳດັບ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ