ຟີ​ລິບ​ປີນ​ປະ​ກາດ​ຖອນ​ຕົວ​ຈາກ​ຄຳ​ຮ້ອງ​ຂໍ​ຊ່ວຍ​ເຫຼືອ​ຈາກ​ອາ​ເມ​ລິ​ກາ​
2017-12-20 15:22:23  cri 
ທ່ານ​ຮາຣີ ໂຣ​ເກີ ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປີນ​ປະ​ກາດ​ໃນ​ວັນ​ທີ 19 ທັນ​ວາ​ນີ້ວ່າ, ລັດ​ຖະ​ບານ​ປະ​ເທດ​ຕົນ​ໄດ້​ຕົກ​ລົງ​ຖອນ​ຕົວ​​ອອກຈາກ​ການ​ຊ່ວຍ​ເຫຼືອ​​ທີ່​ອົງ​ການ​ຊ່ວຍ​ເຫຼືອ​ອາ​ເມ​ລິ​ກາ​ສະ​ໜອງ​ໃຫ້​ໃນ​ມູນ​ຄ່າ 430 ລ້ານ​ໂດ​ລາ​ແລະ​ຈະ​ດຳ​ເນີນ​ເປັນ​ເວ​ລາ 5 ປີ.

ທ່ານ​ຮາ​ຣີ ໂລ​ເກີ​ກ່າວ​ວ່າ, ລັດ​ຖະ​ບານ​ຕົນ​ໄດ້​ຕົກ​ລົງ​ຍົກ​ເລີກ​ການ​ຮ້ອງ​ຂໍ​ງວດ​ທີ​ສອງ​ຕໍ່​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​ແລ້ວແລ້ວ, ຂະ​ນະ​ດຽວ​ກັນ​ກໍ​ປະ​ຕິ​ເສດ​ວ່າ​ການ​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​​ກ່ຽວ​ພັນ​ເຖິງ​ອາ​ເມ​ລິ​ກາ​ຕຳ​ນິ​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ຕົນ​ທີ່ "ປະ​ຫານ​ຊີ​ວິດຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ​ເໜືອ​ກົດ​ໝາຍ".

ແຜນ​ການ​ຊ່ວຍ​ເຫຼືອ​ດັ່ງ​ກ່າວ​​ຂອງ​ອາ​ເມ​ລິ​ກາ​ໄດ້​ອະ​ນຸ​ມັດ​ເມື່ອ​ປີ 2010, ງວດ​ທຳ​ອິດ​​ໄດ້​ສິ້ນ​ສຸດ​ລົງ​ໃນ​ປີ 2016, ການ​ຊ່ວຍ​ເຫຼືອງວດ​ທີ​ສອງ​​ຟີ​ລິບ​ປີນຕ້ອງ​ໄດ້​ຮ້ອງ​ຂໍ​ອີກ​ເທື່ອ​ໜຶ່ງແລະ​ອະ​ນຸ​ມັດ​ຫຼັງ​ກວດ​ກາ​ຂອງ​ອາ​ເມ​ລິ​ກາ, ມາດ​ຕະ​ຖານກວດ​ກາ​ລວມ​ທັງ​ສະ​ພາບ​​ສິ​ດ​ທິ​ມະ​ນຸດ​ແລະການ​ປົກ​ຄອງປະ​ເທດ​ດ້ວຍ​ກົດ​ໝາຍ​ຂອງ​ປະ​ເທດ​ຮ້ອງ​ຂໍ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ