ພິທີມອບຮັບທຶນການສຶກສາເອກອັກຄະລັດຖະທູດຈີນ
2017-12-20 17:33:07  cri 

ພິທີມອບ-ຮັບທຶນການສຶກສາໃຫ້ນັກສຶກສາທີ່ຮຽນດີເດ່ັນແຕ່ຄອບຄົວຂາດເຂີນທາງດ້ານທຶນຮອນເພື່ອສົ່ງເສີມໃຫ້ລູກຮຽນ ໄດ້ຈັດຂຶ້ນໃນຕອນ
ບ່າຍວັນທີ 19 ທັນວາ 2017ນີ້, ທີ່ມະຫາວິທະຍາໄລແຫ່ງຊາດລາວນະຄອນຫຼວງວຽງຈັນ, ຕາງໜ້າມອບໂດຍທ່ານ ຫວາງ ເຫວີນທ່ຽນ
ເອກອັກຄະລັດຖະທູດຈີນປະຈໍາລາວ ແລະ ກ່າວຮັບໂດຍທ່ານ ສົມສີ ຍໍພັນໄຊວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ.
ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄູອາຈານ,ນັກສຶກສາແລະພາກສ່ວນກ່ຽວຂ້ອງທັງສອງຝ່າຍ.


ທ່ານ ຫວາງເຫວີນທ່ຽນ ເອກອັກຄະລັດຖະທູດສປ ຈີນປະຈໍາ ສປປ ລາວ ກ່າວວ່າ:ບັນດານັກສຶກສາທັງຫຼາຍແມ່ນຜູ້ສືບທອດການສ້າງສາ ພັດທະນາໄດ້ເຮັດໃຫ້ໃບໜ້າຂອງປະເທດລາວເຂັ້ມແຂງຈະເລີນຮຸ່ງເຮືອງມີໜ້າທີ່ຮັບພິຊອບທີ່ຈະສືບທອດສົ່ງເສີມໄມຕີຈິດມິດຕະພາບອັນເປັນ
ມູນເຊື້ອລະຫວ່າງຈີນ-ລາວ.ພວກເຮົາຍິນດີສືບຕໍ່ການສະໜັບສະໜູນການພົວພັນຂອງ ມຊ ກໍຄືການພັດທະນາການສຶກສາຂອງ ສປປລາວ ຍິນດີໃຫ້ການຊ່ວຍເຫຼືອຕໍ່ນັກຮຽນທີ່ຮຽນເກັ່ງແລະຄຸນສົມບັດດີເດັ່ນໂດຍສະເພາະແມ່ນນັກສຶກສາຜູ້ທຸກຍາກທີ່ຮຽນເກ່ັງ ແລະ ມີຄຸນສົມບັດດີ
ເດ່ັນເພື່ອໃຫ້ບັນລຸຄວາມຝັນທາງດ້ານການສຶກສາຂອງຕົນ. ສະຖານທູດ ສປ ຈີນ ປະຈໍາ ສປປລາວຍິນດີສ້າງໂອກາດຫຼາຍກວ່າເກົ່າໃຫ້
ແກ່ບັນດານັກຮຽນນັກສຶກສາໃນການຊອກຮູ້ເຂົ້າໃຈຈີນ ແລະໄປສຶກສາຢູ່ ສປ ຈີນ. ຫວັງວ່າ, ບັນດານັກສຶກສາຈົ່ງກໍາໂອກາດໃຫ້ດີບາກ
ບັ່ນສູ້ຊົນພະຍາຍາມສຸດຂີດ ເພື່ອບັນລຸຄວາມຝັນຂອງຕົນບັນລຸຄວາມຝັນຂອງຊາດປະກອບສ່ວນເຂົ້າໃນການສືບທອດພັດທະນາໄມຕີຈິດມິດ
ຕະພາບທຸກເຊັ່ນຄົນລະຫວ່າງລາວ-ຈີນ.


ທ່ານ ສົມສີຍໍພັນໄຊ ວ່າການອະທິການບໍດີ ມຊ ກ່າວວ່າ: ສໍາລັບທຶນການສຶກສາທີ່ສະຖານທູດ ສປ ຈີນ ປະຈໍາສປປ ລາວ ໄດ້ມອບໃຫ້
ຄັ້ງທີ 4 ນີ້, ເພື່ອມອບໃຫ້ນັກສຶກສາປີທີ1 ແມ່ນນັກສຶກສາມາຈາກ12 ຄະນະວິຊາ ມຊ ທີ່ມີຄຸນສົມບັດດີ, ມີຄວາມຫ້າວຫັນບຸກບືນໃນການ
ສຶກສາຮໍ່າຮຽນ,ຮຽນດີຮຽນເກັ່ງ,ແຕ່ຄອບຄົວພໍ່ແມ່ທຸກຍາກຂາດເຂີນຫ່າງໄກສອກຫຼີກ ຈາກ 18 ແຂວງ ໃນຂອບເຂດທົ່ວໄປເທດຈໍານວນ
50 ຄົນ( ຍິງ 25 ຄົນ), ຈາກຜູ້ສະໜັກທັງໝົດ65 ຄົນ.  ທ່ານກ່າວອີກວ່າ:ການທີ່ໄດ້ຮັບທຶນສົ່ງເສີມການສຶກສາຄັ້ງນີ້, ເປັນໂອກາດດີແລະ ມີຄວາມສໍາຄັນຢ່າງຍິ່ງທັງເປັນກໍາລັງຊຸກຍູ້ໃຫ້ນັກສຶກສາເລົ່ານີ້ມີທຶນເພື່ອສືບຕໍ່ສຶກສາຮໍ່າຮຽນແລະ ຈະນໍາເອົາທຶນການຊ່ວຍເຫຼືຶອດັ່ງກ່າວໃຫ້ນັກ
ສຶກສາໄປໝູນໃຊ້ໃຫ້ເກີດປະໂຫຍດສູງສຸດຕະຫຼອດໄລຍະການຮໍ່າຮຽນຢູ່ ມຊພ້ອມທັງຈະຊ່ວຍໃຫ້ເຂົາເຈົ້າໄດ້ສືບຕໍ່ສຶກສາຮໍ່າຮຽນຈົນຈົບ ມຊ
ເພື່ອໄປພັດທະນາຕົນເອງ,ພັດທະນາຄອບຄົວ, ບ້ານເມືອງຂອງຕົນໃຫ້ມີຊີວິດາກນເປັນຢູ່ທີ່ດີກວ່າເກົ່າ.


ປະຈຸບັນນັກສຶກສາໄດ້ຮັບທຶນການສຶກສາຈາກສະຖານທູດສປ ຈີນ ປະຈໍາ ສປປ ລາວແລ້ວ 182 ທຶນ, ໃນນັ້ນປີທີ 1 ມີ 50 ຄົນ, ປີທີ
2 ມີ 50 ຄົນ, ປີທີ 3 ມີ 50 ຄົນ ແລະປີທີ 4 ມີ 32ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ