ກອງ​ທັບ​ຟີ​ລິບ​ປິນ​ປະ​ກາດ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ໃນ​ໄລ​ຍະ​ບຸນ​ຄ​ຣິ​ສ​ມັ​ດ
2017-12-21 14:54:43  cri 
ທ່ານ​ຮາ​ຣີ ໂຣ​ເກີ ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນເປີດ​ເຜີຍໃນ​ວັນ​ທີ 20 ທັນ​ວາ​ນີ້​ວ່າ: ​ຕອນ​ຄ່ຳ​ວັນ​ທີ 19 ທັນ​ວາ​ນີ້, ທ່ານ​ໂຣດ​ຣີ​ໂກ ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ຖະ​ແຫຼງວ່າ ກອງ​ທັບ​ຟີ​ລິບ​ປິນ​ຈະ​ຢຸດປະ​ຕິ​ບັດ​ການ​ທາງ​ການ​ທະ​ຫານ​ຊົ່ວ​ຄາວ​ແຕ່​ວັນ​ທີ 24 ທັນ​ວາ​ນີ້​ຫາ​ວັນ​ທີ 2 ມັງ​ກອນ​ປີ 2018.

ທ່ານ ຮາ​ຣີ ໂຣ​ເກີຢືນ​ຢັນ​ວ່າ: ການ​ຢຸດ​ຍິງ​ແຕ່​ຝ່າຍ​ດຽວ​ຈະ​ສາ​ມາດ​ບັນ​ເທົາ​ຄວາມ​ວິ​ຕົກ​ກັງ​ວົນ​ຂອງ​ປວງ​ຊົນ​ໃນ​​ໄລ​ຍະບຸນ​ຄ​ຣິ​ສ​ມັດ​ປີ​ນີ້​ແລະຄາດ​ວ່າ ກຸ່ມ​ປະ​ກອບ​ອາ​ວຸດ​ຕ່າງໆ​ເປັນ​ຕົ້ນ ພັກ​ກອມ​ມູ​ນິດ​ຟີ​ລິບ​ປິນ​ແລະ​ທະ​ຫານ​ປະ​ຊາ​ຊົນ​ໃໝ່​ກໍ​ຈະ​ມີ​ປະ​ຕິ​ກິ​ລິ​ຍາ​ລັກ​ສະ​ນະ​ຄ້າຍ​ຄື​ກັນ​ນີ້​ເຊັ່ນ​ກັນ.

ທ່ານ​ຢືນ​ຢັນ​ວ່າ: ບຸນ​ຄ​ຣິ​ສ​ມັດ​ມີ​ຄວາມ​ສຳ​ຄັນ​ພິ​ເສດ​ໃນ​ໃຈ​ຂອງ​ພີ່​ນ້ອງ​ຮ່ວມ​ຊາດ​ພວກ​ເຮົາ, ໃນ​ເວ​ລາ​ນີ້, ຫວັງ​ວ່າ​ຊາວ​ຟີ​ລິບ​ປິນ​ທຸກ​ຄົນ​ຈະ​ສາ​ມັກ​ຄີ​ເປັນ​ເອ​ກະ​ພາບ​ກັນ​ເພື່ອ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ໃຫ້​ແກ່​ປະ​ເທດ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ