ຈີນ​ຈະ​ບໍ່ອີງ​ໃສ່ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ" ​ເພື່ອ​ສ້າງ​ລະບຽບ​ການ​ນຳ​ທາງ​ໂດຍ​ປະ​ເທດ​ດຽວ
2017-12-21 16:19:11  cri 

ທ່ານ​ນາງ​ຮວ້າຊຸ່ນ​ຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​​​ແຈ້ງ​ຕໍ່​ນັກ​ຂ່າວ​ໃນ​ວັນ​ທີ 20 ທັນວາ​ນີ້​ວ່າ: ຈີນ​ຍຶດໝັ້ນຫຼັກການ​ທີ່​ປຶກສາ​ຫາລື​ຮ່ວມ​ກັນ, ສ້າງ​ຮ່ວມ​ກັນ, ​ແລະ​ຊົມ​ໃຊ້​ຮ່ວມ​ກັນ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ແລະ ​ບໍ່​ເຄີຍ​ສະ​ແຫວ​ງຫາການ​ສ້າງ​ລະບຽບ​ການ​ທີ່​ນຳ​ທາງ​ໂດຍ​ປະ​ເທດ​ດຽວ.

ທ່ານ​ນາງ​ຮວ້າຊຸ່ນ​ຢິງ ກ່າວ​ວ່າ: ນັບ​ຕັ້ງ​ແຕ່​​ລິ​ເລີ່​ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ເປັນຕົ້ນມາ, ​ໂດຍ​ຜ່ານ​ການ​ປຶກສາ​ຫາລື​ກັນ​ຢ່າງ​ສະ​ເໝີ​ພາບ ຈີນ​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ກັບ 80 ປະ​ເທດ ​ແລະ ອົງການ​ຈັດຕັ້ງສາກົນ, ດຳ​ເນີນ​ການຮ່ວມ​ມື​​ແບບ​ກົນ​ໄກກັບ 30 ກວ່າ​ປະ​ເທດດ້ານ​ຄວາມ​ສາມາດ​ການ​ຜະລິດ, ພວມ​ຊຸກຍູ້​ການ​ສ້າງ​ເຂດ​ຮ່ວມ​ມື​​ເສດຖະກິດການ​ຄ້າ 75 ​ເຂດ​ຢູ່ 24 ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ", ວິ​ສາ​ຫະກິດຈີນ​ລົງທຶນ​ຢູ່​ປະ​ເທດ​ດັ່ງກ່າວ​​ລວມ​ແລ້ວ​ມີຫຼາຍກວ່າ 50 ຕື້​ໂດ​ລາ​ສະຫະລັດ ​ແລະ ສ້າງ​ຕຳ​ແໜ່​ງວຽກ​ເຮັດ​ງານ​ທຳ​ເກືອບ 200.000 ​ຕຳ​ແໜ່​ງ. ​ຂໍ້​ມູນ​ດັ່ງກ່າວ​ສາມາດ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ: ທາດ​ແທ້​ຂອງຂໍ້ລິ​ເລີ່​ມ "ໜຶ່ງ​​ແລວ​ທາງ​ໜຶ່ງ​ເສັ້ນທາງ" ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ສະນັ້ນ, ຈຶ່ງ​ໄດ້​ຮັບ​ການ​ສະໜັບສະໜູນ ​ແລະ ຄຳຊົມ​ເຊີຍຢ່າງ​ກວ້າງຂວາງ​ຈາກ​ປະ​ເທດ​ຢູ່​ລຽບ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ກໍ​ຄືປະຊາ​ຄົມ​ໂລກ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ຕື່ມ​ວ່າ: ການ​ລິ​ເລີ່​ມສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ" ບໍ່​ແມ່ນ​ເພື່ອ​ຢາກ​ຈະ​ສ້າງ​ພັກ​ພວກ​ຂອງ​ຕົນ ​ແລະບໍ່​ມີ​ຈຸດປະສົງ​ເພື່ອ​ແນ​ໃສ່​ປະ​ເທດ​ໃດໆ ​ແຕ່​ເປັນ​ການ​​ເປີດກວ້າງ ​ແລະ ກວມ​ລວມ. ຈີນ​ຍິນ​ດີ​ຕ້ອນຮັບບັນດາ​ຝ່າຍ​ຕັ້ງໜ້າ​ເຂົ້າຮ່ວມ ​ແລະ​ກໍ​ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະ​ປະຕິບັດ​ຕໍ່​ການ​ສ້າງ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ" ຢ່າງ​ພາວະ​ວິ​ໄສ ​ແລະ ມີ​ສະຕິ​ເພື່ອ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ