​ພິ​ທີ​ເລີ່ມ​ກໍ່​ສ້າງ​ທາງລົດ​ໄຟ​ຈີນ​ລາວຈັດ​ຂຶ້ນ​ຢູ່​ສິບ​ສອງ​ພັນ​ນາ
2017-12-21 15:04:50  cri 
ຕາມ​ຂ່າວCRI:ບໍ​ລິ​ສັດທາງລົດ​ໄຟຈີນ​ແຈ້ງ​​ວ່າ, ພິ​ທີ​ເລີ່ມ​ກໍ່​ສ້າງ​ທາງລົດ​ໄຟ​ຈີນ​ລາວ​ທີ່​ໂປ່ງ​ໃສ່ໄດ້​ຈັດ​ຂຶ້ນ​ຢູ່ອຸ​ໂມງ​ມິດ​ຕະ​ພາບ​ທາງ​ລົດ​ໄຟ​ຢູ້​ຊີ່-ບໍ່​ຫານ​ຂອງ​​ເມືອງ​ລ້າ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັນ​ນາຢຸນ​ນານ​ຕາມ​ຊາຍ​ແດນ​ລະ​ຫວ່າງ​ຈີນ​ລາວ​ໃນ​ວັນ​ທີ 20 ທັນ​ວາ​ນີ້.

ຂ່າວ​ແຈ້ງວ່າ, ທາງ​ລົດ​ໄຟ​ຈີນ​ລາວ​ແມ່ນ​ໂຄງ​ການສັນ​ຍາ​ລັກ​ໃຫ້​ແກ່​ການ​ເຊື່ອມ​ຈອດກັນພາຍ​ໃນ​ພາກ​ພື້ນ​ຂອງ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" , ການ​ເຮັດ​ໃຫ້​ທາງ​ລົດ​ໄຟ​ຈີນ​ລາວ​ສ້າງ​ເປັນ​ທາງ​ທີ່​ໂປ່ງ​ໃສ, ແມ່ນ​ການຮັບ​ປະ​ກັນທີ່​ສຳ​ຄັນ​ເຮັດ​ໃຫ້​ທາງ​ລົດ​ໄຟ​ຈີນ​ລາວ​​ສ້າງຜົນ​ປະ​ໂຫຍດ​ຢ່າງ​​ຕົວ​ຈິງໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ, ແມ່ນ​ໜ້າ​ທີ່​ຮ່ວມ​ກັນ​ຂອງ​ຈີນ-ລາວ​ແລ​ະຕ້ອງ​ຍຶດ​ໝັ້ນ​ເຮັດ​ໃຫ້​​ການ​ກໍ່​ສ້າງ​ແລະ​ການ​ບໍ​ລິ​ການມີຄວາມ​ໂປ່ງ​ໃສ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັ​ບ​ປະ​ກັນ​ໃຫ້​ທາງ​ລົດ​ໄຟ​ຈີນ​ລາວ​ສ້າງ​ເປັນ​ທາງ​ທີ່ໂປ່ງ​ໃສກາຍ​ເປັນ​ເສ້ນທາງ​ມິດ​ຕະ​ພາບ​ແລະ​ໂຄງ​ການ​ແບບ​ຢ່າງ​ດ້ານ​ການ​ເຊື່ອມ​ກັນ​ໃນ​ພາກ​ພື້ນ.

ໃນ​ນີ້, ຜູ້​ແທນ​ທັງ​ສອງ​ຝ່າຍ​ຈີນ-ລາວ​ໄດ້​ລົງ​ນາມ​ໃນ "ສັນ​ຍາ​ທີ່​ໂປ່ງ​ໃສ"ແລະ​ວາງ​ສີ​ລາ​ລຶກ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ລາວ​ຢ່າງ​ເປັນ​ທາງ​ການ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ