ຂະ​ແໜງ​ການ​ເກມ​ແລະ​​ກາ​ຕູນ​ຂອງ​ອິນ​ໂດ​ເນ​ເຊຍ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ
2017-12-21 15:25:07  cri 
ບົດ​ລາຍ​ງານ​ສະ​ບັບ​ຫຼ້າ​ສຸດ​ທີ່​ສະ​ມາ​ຄົມ​ຂະ​ແໜງ​ການ​​ກາຕູນ​ແລະ​​ຫົວ​ຄິດ​ປະ​ດິດ​ສ້າງ​ອິນ​ໂດ​ເນ​ເຊຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ຂະ​ແໜງ​ການ​ເກມ​ແລະ​ພາບ​ກາ​ຕຸນ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ, ມີ​ຫວັງ​ຈະ​ກາຍ​ເປັນ​ພ​ະ​ລັງ​ແຮງ​ໃໝ່​ທີ່​ຊຸກ​ຍູ້​​ພັດ​ທະ​ນາເສດ​ຖະ​ກິດ​ອິນ​ໂດ​ເນ​ເຊຍ​.

ທ່ານ​ອາ​ເດຼນ ປະ​ທານ​ສະ​ມາ​ຄົມ​ດັ່ງ​ກ່າວ​ກ່າວ​ວ່າ, ປະ​ເທດ​ຕົນ​ມີ​ຜູ້​ຫຼິ້ນ​ເກມ​ຫຼາຍກວ່າ 43 ລ້ານ 7 ແສນ​ຄົນ, ປັດ​ຈຸ​ບັນ​ແມ່ນ​ຕະ​ຫຼາດ​ເກມ​ໃຫຍ່​ອັນ​ດັບ​ທີ​ສອງ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ອັນ​ດັບ​ທີ 16 ​ຂອງ​ໂລກ. ມູນ​ຄ່າ​ການ​ຜະ​ລິດ​ຂອງ​ຂະ​ແໜງ​ການ​ເກມ​ແລະ​ກາ​ຕູນ​ຂອງ​ປະ​ເທດ​ຕົນ​ໃນ​ປີ 2017 ​ບັນ​ລຸ​ເຖິງ 880 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໄດ້​ກວມ 1% ຂອງ​ມູນ​ຄ່າ​ການ​ຜະ​ລິດ​ໃນ​ທົ່ວ​ໂລກ.

ບົດ​ລາຍ​ງານ​ສະ​ເໜີ​ວ່າ, ຂະ​ແໜງ​ການ​ເກມ​ແລະ​​ກາ​ຕູນ​​ອິນ​ໂດ​ເນ​ເຊຍຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ​ນຳ​ໜ້າ​ຂະ​ແໜງ​ການ​ດັ່ງ​ກ່າວ​ໃນ​ໂລກ, ເພື່ອ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ອິນ​ໂດ​ເນ​ເຊຍ​ໄປ​ທົ່ວ​ໂລກ​ໂດຍ​ຜ່ານ​ເກມ​ແລະ​​ກາ​ຕູນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ