ໄຂກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2017 ​ຢູ່​ປັກ​ກິ່ງ
2017-12-21 17:41:41  cri 

 

ຕາມ​ຂ່າວ CRI: ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ 2017 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ​ ຈີນ, ໂດຍ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຫຼື​ເຢີນ​ມິນ​ຢື້​ປ້າວ​ຂອງ​ຈີນ​ເປັນ​ເຈົ້າ​ພາບ, ສື່ມວນ​ຊົນ​ສຳ​ຄັນ 34 ແຫ່ງ​ຈາກ 6 ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຄື​ຈີນ, ມຽນ​ມາ, ລາວ, ໄທ, ກຳ​ປູ​ເຈຍ​ແລະ​ຫວຽດ​ນາມ​ໄດ້​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້ "ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ການ​ຮ່ວມ​ມື​ຂອງ​ສື່ມວນ​ຊົນໃນ​ຍຸກ​ໃໝ່", ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສື່ມວນ​ຊົນ​​ເຊິ່ງ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.
​ໂອ​ກາດ​ນີ້ທ່ານ​ຢາງ​ເຈິ້ນ​ອູ ຜູ້​ອຳ​ນວຍ​ການ​​ໃຫຍ່ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ກ່າວ​ວ່າ, ການ​ທີ່​ສ້າງ​ກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ, ໄດ້​ສະ​ໜອງ​ເວ​ທີກວ້າງ​ຂວາງ​ໃໝ່​ໃຫ້​ແກ່​ສື່ມວ​ນ​ຊົນ​ຂອງ​ປະ​ເທດ​ຕ່າງໆ. ສື່ມວນ​ຊົນ​ບໍ່​ພຽງ​​ແຕ່ຕ້ອງ​ກາຍ​ເປັນ​ຜູ້​ບັນ​ທຶກ​ແລະ​ຜູ້​ເຜີຍ​ແຜ່​​ຂໍ້​ມູນ​ເທົ່າ​ນັ້ນ, ຍັງ​ຕ້ອງ​ກາຍ​ເປັນ​ຜູ້​​ມີ​ສ່ວນຮ່ວມ​ແລະ​ຜູ້​ກໍ່​ສ້າງ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ອີກ​ດ້ວຍ.

ທ່ານ​ຂົງ​ຊວນ​ຢິວ ຜູ້​ຊ່ວຍ​ລັດ​ຖະ​​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ກົນ​ໄກ "ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ" ໄດ້​ຮັບ​ຜົນ​ງານ​ອັນ​ອຸ​ດົມ​ສົມ​ບູນ​ເມື່ອ​ເລີ່ມ​ປະ​ຕິ​ບັດການ​ໃນ​ປີ 2016 ​ເປັນ​ຕົ້ນ​ມາ, ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ "ຄວາມ​ໄວ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ", ​ແລະ​ປະ​ສິດ​ທິ​ພາບ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ແລະ​ໄດ້​ສ້າງວັດ​ທະ​ນະ​ທຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ທີ່​ມີ​ຄວາມ​ສະ​ເໝີ​ພາບ​ກັນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ສະ​ໜິດ​ແໜ້ນ​ຄື​ຄອບ​ຄົວ​ດຽວ​ກັນ. ສື່ມວນ​ຊົນ​ແມ່ນ​ຂົວ​​ຕໍ່ທີ່​ເພີ່​ມ​ຄວາມ​ເຂົ້າ​ໃຈ, ລົງ​ເລິກ​ມິດ​ຕະ​ພາບ​ແລະ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື.  6 ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່ນ​ນ້ຳ​ຂອ​ງ​ຍັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເຂົ້າໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕົວ​ຈິງ, ເພີ່ມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊ​າ​ຊົນ, ຍົກສູງ​ສະ​ຕິ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.


ທ່ານ​ເຢິນ​ຊຽນ ຮອງ​ຫົວ​ໜ້າ​ບັນ​ນາ​ທິ​ການ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນຫຼືCRIຢືນ​ຢັນ​ວ່າ: ຊຸມ​ປີ​ມໍ່​ໆ​ມ​າ​ນີ້, ​ວິ​ທະ​ຍຸ CRI ​ບໍ່​ພຽງ​ແຕ່​ໄດ້​ຮ່ວມ​ມື​ກັບສື່ມວນ​ຊົນ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃນ​ການ​ແລກ​ປ່ຽນ​ລາຍ​ການ,ແລກ​ປ່ຽນ​​ພະ​ນັກ​ງານ​​ແລ້ວ, ຍັງ​ໄດ້​ຈັດ​ກິດ​ຈະ​ກຳ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຕ່າງໆ​ໂດຍ​ອີງ​ໃສ່ທ່າ​ແຮງ​ດ້ານ​ພາ​ສາ​ແລະ​ການ​ຮ່ວມ​ມື​ດ້ານ​ສື່ມວນ​ຊົນ​ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ສານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ. ທ່ານ​ໄດ້​ສະ​ໜີ 3 ຂໍ້ໃນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ​ຂອງ 6 ປະ​ເທດ​ຄື  ໜຶ່ງ: ຕັ້ງ​ເປົ້າ​ໝາຍ​ຮ່ວມ, ຮ່ວມ​ມື​ໃຫ້​ເປັນ​ກຳ​ລັງ​ຮ່ວມ​ແລະ​ສົ່ງ​ສຽງ​ຮ່ວມ​ກັນ​ເພື່ອ​ເຮັດ​ໃຫ້​ນິ​ຍາມ​ຂອງກົນ​ໄກ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ລ້າງ-ແມ່​ນ້ຳ​ຂອງ, ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ເຂົ້າ​ເຖິງ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ເຂດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ; ສອງ:  ສ້າງ​ໂອ​ກາດຫຼາຍກວ່​າ​ເກົ່າ​ເພື່ອ​ຈັດ​ກິດ​ຈະ​ກຳ​ສື່ມວນ​ຊົນ​ສອງ​ຝ່າຍ​ແລະຫຼາຍ​ຝ່າຍ. ນຳ​ໃຊ້​ການ​ເກັບ​ກຳ​ຂ່າວ​ຮ່ວມ, ຖ່າຍ​ທຳ​ວິ​ດີ​ໂອ​ຮ່ວມ,ແລກ​ປ່ຽນ​ບຸກ​ຄະ​ລາ​ກອນ, ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຫົວ​ຂໍ້ຫຼັກ, ຈັດ​ຊຸດ​ຝຶກ​ອົບ​ຮົມ​ແລະ​ແລກ​ປ່ຽນ​ກັນ​ແລະ​ອື່ນໆ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ສານ​ງານ​ລະ​ຫວ່າງ​ສື່ມວນ​ຊົນ​ໃນ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ; ສາມ: ໝູນ​ໃຊ້​ຊື່​ສຽງ​ອິດ​ທິ​ພົນ​ຂອງ​ສື່ມວນ​ຊົນ​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ຈັດ​ຕັ້ງ​ຂອງ​ລັດ​ຖະ​ບານປະ​ເທດ​ຕ່າງໆ​ກັບອົງ​ການNGO, ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຮ່ວມ​ມື​ໃນ​ຫົວ​ຂໍ້​ພິ​ເສດ​ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ເພື່ອ​ເຮັດ​ໃຫ້​ມວນ​ຊົນ​ເອົາ​ໃຈ​ໃສ່​ບັນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃຫ້ຫຼາຍ​ຂຶ້ນກວ່າ​ເກົ່າ ທັງ​ຄົ້ນ​ຄວ້າແຜນ​ການ​ແກ້​ໄຂ​ທີ່​ສົມ​ເຫດ​ສົມ​ຜົນ​ໃຫ້​ສຳ​ເລັດ​ຜົນ.

ທ່ານ​ສະຫວັນ​ຄອນ ຣາດ​ຊະ​ມຸນຕີ ຮອງ​ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ, ວັດທະນະທຳ ​ແລະ​ ທ່ອງ​ທ່ຽວ ສປປ ລາວ​ ກ່າວ​ວ່າ: ກອງ​ປະຊຸມ​ເທື່ອ​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳຄັນ​ເປັນ​ພິ​ເສດ​ຕໍ່​ບັນດາ​ປະ​ເທດແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ເທົ່າ​ນັ້ນ, ​ແລະ​ມີ​ຄວາມ​ໝາຍ​ສຳຄັນຕໍ່ບັນດາ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍ​ກົງ ຫຼື ທາງ​ອ້ອມຈາກ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ເຊັ່ນ​ດຽວ​ກັນ. ຂະນະ​ທີ່ກອງ​ປະຊຸມ​ສຸດ​ຍອດ​ເທື່ອ​ນີ້ ຈະ​ກາຍ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ 6 ປະ​ເທດ ​ແລະ​ເຮັດ​ໃຫ້ການ​ຮ່ວມ​ມື​ດັ່ງກ່າວ​ເຂົ້າສູ່​ລວງ​ເລິກ​ຕື່ມ​ອີກ. ​ແນວ​ໃດ​ກໍ​ຕາມ, ລາວ​ຈະຕັ້ງໜ້າ​ກະກຽມ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງໜ້າ, ​ເຮັດ​ໃຫ້​ກອງປະຊຸມ​ນີ້​ກາຍ​ເປັນ​ເວທີ​ທີ່​ດີ​ທີ່​ສຸດ​ສຳລັບການ​ແລກປ່ຽນ​ລະຫວ່າງ​ສື່​ມວນ​ຊົນ​ບັນດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ​ຊຸກຍູ້​ການ​ປະຕິບັດ​ກົນ​ໄກ​ການ​ຮ່ວມ​ມື​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ເຊິ່ງບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ປະຊາຊົນ​ໄດ້​ຮັບຜົນ​ປະ​ໂຫຍ​ດ​ເທົ່າ​ນັ້ນ, ຫາກ​ຍັງ​ຈະ​ຊຸກຍູ້​ສັນຕິພາບ ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາຊີ ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ໂລກາ​ພິວັດ ກໍ​ຄື​ການ​ຮ່ວມ​ມື​ພາກ​ພື້ນ​ອາຊີ​ປາຊີ​ຟິກອີກ​ດ້ວຍ.

ບັນດາ​ຝ່າຍ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ "ຖະ​ແຫຼງການ​ຮ່ວມ​ສື່​ມວນ​ຊົນ​ວ່າ​ດ້ວຍ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ" ​ໂດຍ​ເນັ້ນວ່າ: ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ແມ່ນ​ພາກສ່ວນ​ປະກອບ​ສຳຄັນ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ການ​ທີ່​ຮ່ວມ​ກັນ​ຊຸກຍູ້​ການ​ພັດທະນາ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ ​ແລະ ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ພາກ​ພື້ນ​​ແຫ່ງ​ນີ້ ​ແມ່ນ​ຄວາມ​ປາຖະໜາ​ຮ່ວມ ​ແລະ ຄວາມ​ຮັບຜິດຊອບ​ທີ່​ຕ້ອງ​ປະຕິບັດ​​ໃຫ້​ສຳ​ເລັດຂອງສື່​ມວນ​ຊົນ​ສຳຄັນ​ຂອງ​ບັນດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​.

ກອງ​ປະຊຸມ​ສຸດ​ຍອດ​ສື່​ມວນ​ຊົນ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳລ້າ​ນຊ້າງ-​ແມ່​ນ້ຳຂອງ ​ແມ່ນ​ຈັດ​ຂຶ້ນ​ເປັນ​ຄັງທຳ​ອິດ​ໃນ​ປີ​ນີ້ ​ໂດຍ​ມີ​ເປົ້າໝາຍ​ເພື່ອ​ສ້າງ​ໃຫ້​ເປັນ​ເວທີ​ການ​ຮ່ວມ​ມື​ທີ່ 6 ປະ​ເທດ​ເຂົ້າຮ່ວມ ​ແລະ​ຮ່ວມ​ກັນ​ກໍ່ສ້າງ. ສ່ວນ​ກອງ​ປະຊຸມ​ຄັ້ງໜ້າ ຈະ​ຈັດ​ຂຶ້ນຢູ່​ລາວ ທີ່​ເປັນ​ປະ​ເທດ​ປະທານ​ໝູນວຽນຮ່ວມ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໃນ​ປີ 2018.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ