ຈີນ​ຫວັງ​ໃຫ້​ ສ ເກົາ​ຫຼີ​ຢ່າ​ໃຊ້​ວິ​ທີ​ຮຸນ​ແຮງ​ທີ່​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພ​ຂອງ​ຄົນ​ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ກົດ​ໝາຍ
2017-12-21 16:21:19  cri 
ຕາມ​ຂ່າວ CRI: ​ເຫດ​ການ​ຕຳ​ຫຼວດ​ທະ​ເລ ສ ເກົາ​ຫຼີ​ຍິງ​ປືນ​ໃສ່​ເຮືອ​ປະ​ມົງ​ຈີນ​ທີ່​ເກີດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ນາງ​ຮ້​ວາ​ຊຸນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ທັນ​ວາ​ນີ້​ວ່າ, "ຈີນ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ໃຫຍ່​ຕໍ່​ການ​ລາຍ​ງານ​ທີ່​ກ່ຽວ​ຂ້ອງ, ຈີນ​ໃຫ້​ຄວາມ​ສຳ​ຄັນສູງ​ຕໍ່​ວຽກ​ງານ​ຄຸ້ມ​ຄອງ​ການ​ປະ​ມົງ​ທີ່​ກ່ຽວ​ຂ້ອງ​ກັບ​ຕ່າງ​ປະ​ເທດ​ຕະ​ຫຼອດ​ມາ, ແລະ​ໄດ້​ຕັ້ງ​ໜ້າ​ປະ​ຕິ​ບັດ​ມາດ​ຕະ​ການ​ທີ່​ບັງ​ເກີດ​ຜົນ​ເພື່ອ​ຮັກ​ສາ​ລະ​ບຽບ​​ດ້ານການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ. ​ຈີນ​ຫວັງ​ໃຫ້ ສ​ ເກົາ​ຫຼີ​ແກ້​ໄຂ​ບັນ​ຫາ​​ນີ້​ຢ່າງ​ເໝາະ​ສົມ, ໃນ​ຂະ​ບວນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ນັ້ນ​ຢ່າ​ໃຊ້​ວິ​ທີ​ຮຸນ​ແຮງ​ທີ່​ຂົ່ມ​ຂູ່​ເຖິງ​ຄວາມ​ປອດ​ໄພ​ຂອງ​ຄົນ, ປົກ​ປ້ອງ​ຄວາມ​ປອດ​ໄພ​ແລະ​ສິດ​ຜົນ​ປະ​ໂຫຍດ​ທີ່​ຊອບ​ດ້ວຍ​ກົດ​ໝາຍ​ຂອງ​ຊາວ​ປະ​ມົງ​ຈີນ​ຢ່າງ​ແທ້​ຈິງ, ແລະ​ເພີ່ມ​ການ​ແລກ​ປ່ຽນ​ກັບ​ຈີນ, ຮ່ວມ​ກັນ​ຮັກ​ສາ​ລະ​ບຽບ​​ດ້ານ​ການ​ປະ​ມົງ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ."

ຕາມ​ສື່ມວນ​ຊົນ ສ ເກົາ​ຫຼີ ລາຍ​ງານ​ວ່າ, ຕຳ​ຫຼວດ​ທະ​ເລ ສ ເກົາ​ຫຼີ​ໄດ້​ຍິງ​ປືນ​ໃສ່​ເຮືອ​ປະ​ມົງ​ຈີນ 40 ກວ່າ​ລຳ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ທີ່​ໃກ້​ກັບ​ແຂວງ​ເຈ​ລະ​ນຳ​ໃນ​ຕອນ​ເຊົ້າ​ວັນ​ທີ 19 ທັນ​ວາ​ນີ້, ປັດ​ຈຸ​ບັນ​ຍັງ​ບໍ່​ຮູ້ລາຍ​ລະ​ອຽດກ່ຽວ​ກັບ​ຄວາມ​ເສຍ​ຫາຍ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ຊາວ​ປະ​ມົງ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ