ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ​ສື່ມວນ​ຊົນ​ຂອບການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ 2017
2017-12-22 17:16:40  cri 
ວັນ​ທີ 21 ທັນ​ວາ​ນີ້, ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ຫວງ​ຄຸ່ນ​ໝິງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໄດ້​ຕ້ອນ​ຮັບຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ​ສື່ມວນ​ຊົນ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ 2017 ທີ່​ສຳ​ນັກ​ໜັງ​ສື​ພິມ​ປະ​ຊາ​ຊົນ​ລາຍ​ວັນ​ຂອງ​ຈີນເປັນ​ເຈົ້າ​ພາບ.

ທ່ານ ຫວງ​ຄຸ່ນ​ໝິງ ໄດ້​ແຈ້ງ​ໃຫ້​ຮູ້​ຜົນ​ສຳ​ເລັດ​ທີ່​ສຳ​ຄັນ​ຂອງກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອ​ມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ແລະ​ກ່າວ​ວ່າ​ຈີນ​ຈະ​ຍຶດ​ໝັ້ນ​ທັດ​ສະ​ນະ​ຄະ​ຕິ​ທີ່​ວ່າ​ເປັນ​ມິດ​ຕໍ່​ກັນ ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ ອະ​ນຸ​ເຄາະ​ຕໍ່​ກັນ​ ແລະ ໂອບ​ອ້ອມ​ອາ​ລີ, ເດັດ​ດ່ຽວ​ພັດ​ທະ​ນາ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ກັບ​ 5 ປະ​ເທດ​ແມ່​ນ້ຳ​ຂອງ​ກໍ​ຄື​ປະ​ເທດອື່ນໆ​ຢູ່​ອ້ອມ​ຂ້າງ​,ຮ່ວມກັນສ້າງ​ປະ​ຊາ​ຄົມ​ຊາ​ຕາ​ກຳ​ຂອງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ຫວັງ​ວ່າ​ສື່ມວນ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະ​ນຳ​ໃຊ້​ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ໂອ​ກາດທີ່​ດີ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລ​ະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະກັນ,
ເພື່ອ​ສ້າງ​ພື້​ນ​ຖານ​ປະ​ຊາ​ມະ​ຕິ​ແລະ​ຫາງ​ສຽງ​ທີ່​ໜັກ​ແໜ້ນ​ໃຫ້​ແກ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ.

ຜູ້​ຕາງ​ໜ້າ​ຕ່າງ​ປະ​ເທດ​ກ່າວ​ວ່າ: ຫວັງ​​ວ່າ​ຈະສາ​ມາດ​ລົງ​ເລິກ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ເພື່ອ​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ