ກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໄດ້ເຊັນ​ສັນ​ຍາຫຼາຍ​ໂຄງ​ການງວດ​ທຳ​ອິດ​​ກັບ​ກຳ​ປູ​ເຈຍ
2017-12-22 16:32:45  cri 
ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການງວດ​ທຳ​ອິດ​ລະ​ຫວ່າງກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ແລະ​ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ໃນ​ວັນ​ທີ 21 ທັນ​ວາ​ນີ້, ທ່ານ​​ຊົງໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ແລະ​ທ່ານ​ປ​ຣັກ ສົກ​ຄຸນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ​ໄດ້​ຕ່າງ​ໜ້າ​ສອງ​ຝ່າຍ​ເຊັນ​ສັນ​ຍາ​ດັ່ງ​ກ່າວ. 16 ໂຄງ​ການ​ຂອງ​ກຳ​ປູ​ເຈຍ​ທີ່​ເຊັນ​ສັນ​ຍາ​ໃນ​ຄັ້ງ​ນີ້​ໄດ້​ຮັບ​ທຶນທັງ​ໝົດ 7 ລ້ານ 3 ແສນ​ໂດ​ລາ, ​ລວມ​ມີ​ຫຼາຍ​ຂົງ​ເຂດ​ເຊັ່ນ​ກະ​ສິ​ກຳ, ການ​ທ່ອງ​ທ່ຽວ, ການ​ສຶກ​ສາ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແລະ​ອື່ນໆ.

ທ່ານ​ຊົງ​ໂປ່ ເອກ​ອັດ​ຄະ​ລັດ​ທະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ​ກ່າວ​ວ່າ, ໂຄງ​ການ​ຂອງກອງ​ທຶນ​ສະ​ເພາະ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງງວດ​ທຳ​ອິດ​ທີ່​ກຳ​ປູ​ເຈຍ​ຮ້ອງ​ຂໍ​ແລະ​ໄດ້​ຮັບ​ອະ​ນຸ​ມັດ​ແມ່ນ​ຫຼາຍ​ທີ່​ສຸດ, ສະ​ແດງ​ໃຫ້​ເຫັນ​ທ່າ​ທີ​ຕັ້ງ​ໜ້າ​ແລະ​ຄວາມ​ຫ້າວ​ຫັນ​ເຂົ້າ​ຮ່ວມ​ຂອງ​ກຳ​ປູ​ເຈຍ​ຕໍ່​ການ​ຮ່ວມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ. ພວກ​ເຮົາ​ເຊື່ອ​ວ່າ, ​ໂຄງ​ການ​ເຫຼົ່າ​ນີ້​ ​ຈະ​ມີ​ຜົນ​ດີ​ຕໍ່​ກຳ​ປູ​ເຈຍ​ເພີ່ມ​ຄວາມ​ໄວໃນ​ການ​ພັດ​ທະ​ນາ​ແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ແນ່ນອນ, ​ແລະກໍ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢ່າງ​ແນ່ນອນ.

​ໂອ​ກາດ​ນີ້, ທ່ານ​ປ​ຣັກ ສົ​ຄຸນ​ກໍໄດ້​​ກ່າວ​ສະ​ແດງ​ຄວາມຂອບ​ໃຈ​ການ​ສະ​ໜັບ​ສະ​ໜູນ​ແລະ​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ທີ່​ມີ​ຕໍ່​ປະ​ເທດ​ຕົນ​ພ້ອມ​ທັງຫວັງ​ວ່າ​ໂຄງ​ການ​ເຫຼົ່າ​ນີ້​​ຈະສາ​ມາດ​ປະ​ກອບ​ສ່ວນ​ຕໍ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ເຊື່ອມ​ຈອດ​ກັນ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ຂອງບັນ​ດາ​ປະ​ເທດ​ລຽບ​ຕາມ​ແມ່​ນ້ຳ​ລ້າ​ນ​ຊ້າງ-ແມ່​ນ້ຳ​ຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ