ຊຸດກີເພົາຂອງຈີນແມ່ນຊຸດທີ່ສະແດງໃຫ້ເຫັນເຖິງຄວາມງາມທີ່ອ່ອນນ້ອມຂອງເພດຍິງຕາເວັນອອກຢ່າງເຕັມສ່ວນ. ທ້າວ ຈ່າງໄຫຊ່າວ ເກີດຫຼັງປີ 1985 ຂອງນະຄອນຊ່າງຊຸ່ນ ສປ ຈີນ, ລາວມັກຊຸດພື້ນເມືອງຈີນຫຼາຍທີ່ສຸດ ແລະໃຊ້ເວລາ 8 ປີມາຫຍິບຊຸດກີເພົາໜຶ່ງພັນກວ່າຜືນ. ລາວເວົ້າວ່າ, ຊຸດກີເພົາຕາງໜ້າໃຫ້ແກ່ສີມືຫັດຖະກຳພື້ນເມືອງຂອງຈີນ ແລະຕ້ອງການຜູ້ສືບທອດຫຼາຍກວ່າເກົ່າ.