ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ເປັນ​ການ​ເຊື່ອມ​ຈອດ​ຂົວ​ແຫ່ງ​ການ​ປະ​ສານ​ຈິດ​ໃຈ​ປະ​ຊາ​ຊົນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ
2017-12-22 17:01:27  cri 
 

  
    ກອງ​ປະ​ຊຸມ​ສຸດຍອດ​ສື່ມວນ​ຊົນ​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ຕອນ​ບ່າຍ​ວັນ​ທີ 20 ທັນ​ວານີ້. ​ໂດຍ​ມີ​ຄະ​ນະ​ຜູ້​ແທນ​ເຊັ່ນ: ຫົວ​ໜ້າ​ສຳ​ນັກ​ຂ່າວ, ບັນ​ນາ​ທິ​ການ​ໃຫຍ່, ນັກ​ຂ່າວ​ອາ​ວຸ​ໂສ ແລະ​ອື່ນໆ​ຈາກສື່ມວນ​ຊົນ​ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ 30 ແຫ່ງ​ຂອງ​ບັນ​ດາ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ ໄດ້​ຫາ​ລື​ແຜນ​ການ​ພັດ​ທະ​ນາ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ, ຍຸກ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຂອງ​ສື່ມວນ​ຊົນ". ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະ​ຊຸມ ໄດ້​ລົງ​ນາມ​ໃນ "ຖະ​ແຫຼງ​ການ​ຮ່ວມ​ຂອງ​ສື່ມວນ​ຊົນ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ". ຜູ້​ຕາງ​ໜ້າ​ສື່ມວນ​ຊົນ​ຂອງ​ລຸ່ມ​ແມ່​ນ້ຳ​ຂອງ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ CRI ພວກ​ເຮົາ​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ຫວັງ​ວ່າ ການ​ຮ່ວມ​ມື​ຂອງ​ສື່ມວ​ນ​ຊົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ຈະ​ແທດ​ເໝາະ​ກັບ​ຕົວ​ຈິງກວ່າ​ເກົ່າ, ຍົກ​ສູງ​ຄວາມ​ສາ​ມາດ​ແລະ​ລະ​ດັບ​ການ​ຖະ​ແຫຼງ​ຂ່າວ​ຂອງ​ປະ​ເທດ​ຕ່າງໆ​ຕາມ​ລຳ​ແມ່​ນ້ຳ, ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ຍົກ​ສູງ​ສະ​ຕິ​ແຫ່ງ​ແມ່​ນ້ຳ​ລ້າ​ນ​ຊ້າງ​ແມ່​ນ້ຳ​ຂອງ.



  
    ທ່ານ ສະ​ຫວັນ​ຄອນ ຣາ​ຊະ​ມຸນ​ຕ​ຣີ ​ຮອງລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ​ ແລະ ທ່ອງ​ທ່ຽວລາວ ໄດ້​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ວ່າ, ກອ​ງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ຈະ​ກາຍ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມວນ​ຊົນ 6 ປະ​ເທດ ແລະ​ເຮັດ​ໃຫ້​ການ​ຮ່ວ​ມ​ມື​ດັ່ງ​ກ່າວ​ຂະ​ຫຍາຍ​ກ້າວ​ສູ່​ລວງ​ເລິກ​ຕື່ມ​ອີກ. ທ່ານ​ກ່າວ​ວ່າ: ຊື່ມວນ​ຊົນ​ລາວ​ພວກ​ເຮົ້າ​ເຫັນ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​ສຳ​ຄັນຫຼາຍ ເປັນ​ຈຸດ​ເລີ່ມ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຮ່ວມ​ມືລະ​ຫວ່າງ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ໃນ​ອະ​ນະ​ຄົດ ພາຍ​ໃຕ້​ຂອບ​ການ​ຮ່ວມ​ມືລະ​ຫວ່າງ​ບັນ​ດາ​ປະ​ເທດ​​ພາກ​ລຸ່ມ​ແມ່​ນ້ຳ​ຂອງ, ຫຼັງ​ຈາກກອງປະ​ຊຸມ​ຄັ້ງ​ນີ້ເຫັນ​ວ່າ​ການ​ຮ່ວມ​ມື​ຈະ​​ນັບ​ມື້​ມີ​ການ​ຂະ​ຫຍາຍ​ໂຕມີ​ການ​ເພີ່ມ​ທະ​ວີກວ້າງ​ຂວາງ, ​ຊື່ມວນ​ຊົນ​ເວົ້າໃນ​ດ້ານ​ການ​ຈັດ​ຕັ້ງ​ແລ້ວ​ຈະ​ມີ​ການ​ເຂົ້າ​ຮ່ວມ​ຢ່າງຫຼວງຫຼາຍກວ່າ​ເກົ່າ, ຄື​ມາ​ຮ່ວມ​ໃນ​ເທື່ອ​ນີ້ມີ​ອົງ​ການ​ຊື່ມວນ​ຊົນ​ທີ່ເປັນຫຼັກໆ​ຂອງ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ. ໃນ​ໂອ​ກາດ​ຕໍ່​ໄປ​​ອົງ​ການ​ສື່​ມວນ​ຊົນ​​ທາງ​ດ້ານ​ຈຳ​ນວນຈະ​ມີ​ຄວາມ​ສົນ​ໃຈ​ແລະ​ໃຫ້​ການສະ​ໜັບ​ສະ​ໜູນ​ເຂົ້າ​ຮ່ວມ​ໃນ​ເວ​ທີ​ປຶກ​ສາ​ຫາ​ລື​ແລກ​ປ່ຽນ​ສື່ມວນ​ຊົນ, ເພື່ອ​ຈຸດ​ປະ​ສົງ​ໜຶ່ງ​ດຽວກໍ​ແມ່ນ​ວ່າ​ປະ​ກອບ​ສ່ວນ​ເຂົ້າ​ຢູ່​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ນຳ​ໄປ​ສູ່​ໃຫ້​ມີ​ການ​ຮ່ວມ​ມືໃນ​ດ້ານ​ຕ່າງໆ ມີ​ການ​ແລກ​ປ່ຽນ​ ​ດ້ານ​ຕ່າງໆ​ໃຫ້ຫຼາຍ​ຂຶ້ນ ເພື່ອ​​ນຳ​ເອົາ​ຜົນ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ 6 ປະ​ເທດ​ນັບ​ມື້​ນັບຫຼາຍ, ເພື່ອຄວາມ​ຈ​ະ​ເລີນ ຄວາມ​ວັດ​ທະ​ນະ​ທາ​ວອນ​ຮຸ່ງ​ເຮືອງຂອງ​ບັນ​ດາ​ປະ​ເທດ​ແມ່​ນຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ໃນ​ອະ​ນາ​ຄົດ.



    ທ່ານ ໂພ​ສີ ແກ້ວ​ມະ​ນີ​ວົງ ຜູ້​ອຳ​ນວຍ​ການ​ໃຫຍ່​​ວິ​ທະ​ຍຸ​ກະ​ຈາຍ​ສຽງແຫ່ງ​ຊາດ​ລາວ ​ໄດ້ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ວ່າ, ສື່ມວນ​ຊົນ​ແມ່ນ​ຕົວ​ສະ​ແດງ​ທີ່​ສຳ​ຄັນ​ໃນ​ການ​ຮັບ​ປະ​ກັນ​ທຸກວຽກ​ງານ​ພາຍ​ໃຕ້​ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ດຳ​ເນີນ​ໄປ​ດ້ວຍ​ດີ. ການ​ທີ່​ສື່ມວນ​ຊົນ​ຂອງ​​ບັນ​ດາປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ດຳ​ເນີນ​ການ​ຮ່ວມ​ມື​ກັນນັ້ນ ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ພາຍ​ໃນ​ພາກ​ພື້ນ, ທັງຫຼຸດ​ຜ່ອນ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ສື່ມ​ວນ​ຊົນ​ໃນ​ການ​ພັດ​ທະ​ນາ ທັງ​ບັນ​ລຸ​ການ​ພັດ​ທະ​ນາ​ພ້ອມ​ກັນ. ໃນຫຼາຍ​ປີ​ມານີ້, ສື່ມວນ​ຊົ​ນ​ຂອງ​ລາວ​ແລະ​ຈີນ​ໄດ້​ຮ່ວມ​ມື​ກັນ​ເປັນ​ຢ່າງ​ດີ, ​ວິ​ທະ​ຍຸກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ ແລະ ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ ຫຼື CRI ໄດ້​ຮ່ວມ​ກັນ​ສ້າງ​ຕັ້ງ FM93.0Mhz ຢູ່​ນະ​ຄອນຫຼວງວຽງ​ຈັນ, ຂ່າວ​ສານ​ປະ​ເທດ​ລາວ​ແລະໜັງ​ສື​ພິມ​ປະ​ຊາ​ຊົນ ສຽງ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກໍ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ກັບ​ວິ​ທະ​ຍຸ CRI ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ໃນ​ການ​ແລກ​ປ່ຽນ​ຂ່າວ​ສານ. ທ່ານ​ຍັງ​ໄດ້​ມີ​ຂໍ້​ສະ​ເໜີ​ຕໍ່​ການ​ຮ່ວມ​ມື​ລະ​ຫວ່າງ​ສື່ມ​ວນ​ຊົນ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ. ທ່ານ​ກ່າວ​ວ່າ: ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດສື່ມວນ​ຊົນ​ຂອງ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ຄັ້ງ​ນີ້​ແລ້ວ, ຫວັງ​ຢ່າງ​ຍິງວ່າ ສື່ມວນ​ຊົນ​ຂອງຈີນ​ແລະ​ລາວ​ຈະ​ຮ່ວມ​ໄມ້​ຮ່ວມ​​ມື​ກັນ​ເພີ່ມ​ຂຶ້ນ,  ​ໂດຍ​ສະ​ເພາະ​ໃນ​ຂົງ​ເຂດ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າ​ວ​ສານ​ເຊິ່ງ​ກັນ​ແລະ​ກັນ ແລະໃນ​ຂົງ​ເຂດ​ການກໍ່​ສ້າງ​ພະ​ນັກ​ງານ, ຮຽກ​ຮ້ອງ​ໃຫ້​ທາງ​ຝ່າຍ​ຈີນ​ມີ​ຄວາມ​ຊ່ວຍ​ເຫຼືອໃນ​ການກໍ່​ສ້າງ​ພະ​ນັກ​ງານ, ໃນ​ການ​ຝຶກ​ອົບ​ຮົມ​ພະ​ນັກ​ງານ ໃນ​ການ​ຂຽນ​ຂ່າວ​ໃນ​ການ​ລາຍ​ງານ​ຂ່າວ ແລະ​ທາງ​ດ້ານ​ເຕັກ​ນິກກໍ່ຈະ​ຕ້ອງ​ໄດ້​ຮຽນ​ນຳ​ຝ່າຍ​ຈີນ​ຢ່າງຫຼວງຫຼາຍ.

    ກອງ​ປະ​ຊຸມ​ສຸດຍອດ​ການ​ຮ່ວມ​ມື​ຂອບແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ທີ່​ຈັດ​ຂຶ້ນ​ໃນ​ປີນີ້ນັ້ນ ເປັນ​ຄັ້ງ​ທຳ​ອິດ ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອສ້າງ​ເປັນ​ເວ​ທີ​ການ​ຮ່ວມ​ມື​ທີ່ 6 ປະ​ເທດ​ເຂົ້​າ​ຮ່ວມ ແລະ ສ້າງ​ສາ​ຮ່ວມ​ກັນ. ຜ່ານ​ການ​ປຶກ​ສາ​ຫາ​ລື, ກອງ​ປະ​ຊຸມ​ປະ​ຈຳ​ປີ 2018 ຈະ​ຈັດ​ຂຶ້ນ​ຢູ່​ລາວ ທີ່​ເປັນ​ປະ​ເທດ​ປະ​ທານ​ຮ່ວມ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ. ທ່ານ ສະ​ຫວັນ​ຄອນ ​ຣາ​ຊະ​ມຸນ​ຕີ ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ ກ່າວ​ວ່າ: ພ້ອມ​ດຽວກກັນ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ມອບ​ໝາຍ​ໃຫ້​ລາວ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ຄັ້ງ​ຕໍ່​ໄປ ແລະ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ລັດ​ຖະ​ບານ​ຈີນ​ຕະຫຼອດ​ອົງ​ການ​ສື່ມວ​ນ​ຊົນ​ຂອງ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜູນ ຮ່ວມ​ມື​ຢ່າງ​ໃກ້​ຊິດ​ເພື່ອ​ເຮັດ​ໃຫ້​ກອງ​ປ​ະ​ຊຸມສຸດຍອດ​ສື່ມວນ​ຊົນ​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​​ໃນຄັ້ງ​ຕໍ່​ໄປ​ບັນ​ລຸ​ຈຸດ​ປະ​ສົງ​ຕາມ​ຄາດ​ໝາຍ​ທຸກ​ປະ​ການ. ສ່ວນ​ສະ​ຖານ​ທີ່​ເວ​ລາ​ແລະ​ການ​ກະ​ກຽວ​ດ້ານ​ຕ່າງໆ​ສຳ​ລັບ​ກອງ​ປະ​ຊຸມ ສ​ປ​ລາວ​ຂອງ​ພວກ​ຂ້າ​ພະ​ເຈົ້າຈະ​ໄດ້​ສືບ​ຕໍ່​ປຶກ​ສາ​ຫາ​ລື, ລາຍ​ງານ​ແຈ້ງ​ໃຫ້​ບັນ​ດາ​ທ່ານ​ຊາບ​ຕ່າງ​ພາຍຫຼັງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ