ວັນທີ 22 ທັນວານີ້, ທ່ານເຮີລີ້ເຟິ່ງ ປະທານຄະນະກຳມະການການພັດທະນາແລະປະຕິຮູບແຫ່ງລັດຈີນຢືນຢັນວ່າ: ໂຄງປະກອບເສດຖະກິດແບບເປີດປະຕູແບບໃໝ່ຂອງຈີນທີ່ເນັ້ນການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ"ໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເທື່ອລະກ້າວ. ຫຼັງຈາກເພີ່ມທະວີການແລກປ່ຽນຄວາມເຫັນທາງນະໂຍບາຍ, ຈີນໄດ້ຮ່ວມກັບ 86 ປະເທດແລະອົງການຈັດຕັ້ງສາກົນເຊັນສັນຍາການຮ່ວມມື"ໜຶ່ງແລວທາງໜຶ່ງເສັ້ນທາງ" 100 ສະບັບແລ້ວ.
ທ່ານເຮີລີ້ເຟິ່ງ ໄດ້ກ່າວໃນກອງປະຊຸມວຽກງານການພັດທະນາແລະປະຕິຮູບທົ່ວປະເທດທີ່ຈັດຂຶ້ນໃນວັນທີ 22 ທັນວານີ້ວ່າ: ປີ 2017, ການກໍ່ສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ"ໄດ້ຮັບຄວາມຄືບໜ້າສຳຄັນ ໂດຍໄດ້ລົງເລິກຮ່ວມມືກັບພາກພື້ນແລະປະເທດສຳຄັນໃນດ້ານຄວາມສາມາດການຜະລິດ,ການລົງທຶນແລະເສັ້ນທາງສາຍໄໝດີຈີຕອນ.
ປີ 2018, ຈີນຈະສືບຕໍ່ສົ່ງເສີມການຮ່ວມມືກໍ່ສ້າງ"ໜຶ່ງແລວທາງໜຶ່ງເສັ້ນທາງ". ຊຸກຍູ້ການຈັດຕັ້ງປະຕິບັດເອກະສານຮ່ວມມືທີ່ໄດ້ລົງນາມໃນໄລຍະກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ"ໜຶ່ງແລວທາງໜຶ່ງເສັ້ນທາງ", ດຳເນີນການຕິດຕາມກວດກາສະເພາະຜົນງານສຳຄັນ,ພະຍາຍາມສູ້ຊົນເຮັດໃຫ້ກຳເນີດຂັ້ນຕອນການປະຕິບັດງານທີ່ດີຄືນັບແຕ່ບົດບັນທຶກຄວາມເຂົ້າໃຈ, ແຜນການຮ່ວມມື ຕະຫຼອດຮອດລາຍການໂຄງການ. ຂະນະດຽວກັນກໍຕັ້ງໜ້າຊຸກຍູ້ການກໍ່ສ້າງໂຄງການສຳຄັນຕ່າງໆເປັນຕົ້ນ ການເຊື່ອມຈອດ, ການຮ່ວມມືດ້ານຄວາມສາມາດການຜະລິດ,ເສດຖະກິດດີຈີຕອນແລະອື່ນໆ.