ສະ​ພາ​ຄວາມ​ໝັ້ນ​ຄົງ​ສ​ປ​ຊ​ຮັບ​ຮອງ​ມະ​ຕິ​ສະ​ບັບ​ໃໝ່​ເພື່ອຂວ້ຳ​ບາດສ​ປ​ປ ເກົາຫຼີ
2017-12-23 14:58:08  cri 

ວັນ​ທີ 22 ທັນ​ວາ​ນີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ຮັບ​ຮອງ​ເອົາ​ມະ​ຕິ​ເລກ​ທີ 2397 ເພື່ອ​ຕັດ​ສິນ​ປະ​ຕິ​ບັດ​ມາດ​ຕະ​ການ​​ຂວ້ຳ​ບາດ ​ສ​ປ​ປ ເກົາຫຼີ​ຢ່າງ​ເຂັ້ມ​ງວດກວ່າ​ເກົ່າ.

ມະ​ຕິ​ດັ່ງ​ກ່າວ​ລະ​ບຸ​ວ່າ: ສ​ປ​ປ ເກົາຫຼີ​ບໍ່​ຫົວ​ຊາ​ຕໍ່​ການ​ຄັດ​ຄ້ານ​ຈາກ​ປະ​ຊາ​ຄົມ​ໂລກ​ໂດຍ​ໄດ້​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດຂ້າມ​ທະ​ວີບ​ອີກ​ຄັ້ງ​ໃໝ່​ໃນ​ວັ​ນ​ທີ 29 ພະ​ຈິກ​ຜ່ານ​ມາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ຈິ່ງ​ຕັດ​ສິນ​ປະ​ຕິ​ບັດ​ມາດ​ຕະ​ການ​ໃໝ່​ເພື່ອ​ຂວ້ຳ​ບາດ​ສ​ປ​ປ ເກົາຫຼີ.

ມະ​ຕິ​ສະ​ບັບ​ດັ່ງ​ກ່າວ​ປະ​ກອບ​ມີ​ເນື້ອ​ໃນ​ຕ່າງໆ​ເປັນ​ຕົ້ນ: ຮຽກ​ຮ້ອງ​ໃຫ້​ສ​ປ​ປ ເກົາຫຼີຫຼຸດ​ປະ​ລິ​ມານ​ການ​ນຳ​ເຂົ້າ​ນ້ຳ​ມັນ​ສຳ​ເລັດ​ຮູບ​ຈາກ 2 ລ້ານ​ບາ​ເ​ຣວ​ຕໍ່​ປີ​ໃຫ້​​ໜ້ອຍ​ລົງ​ເປັນ 5 ແສນ​ບາ​ເຣວ​ຕໍ່​ປີ, ປະ​ລິ​ມານ​ການ​ນຳ​ເຂົ້າ​ນ້ຳ​ມັນ​ດິບ​ບໍ່​ໃຫ້​ເກີນ​ເສັ້ນ​ເພ​ດານ​ຄື4 ລ້ານ​ບາ​ເຣວ​ຕໍ່​ປີ, ແຮງ​ງານ​ສ​ປ​ປ ເກົາຫຼີ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ຕ້ອງ​ຖືກ​ສົ່ງກັບ​ຄືນ​ປະ​ເທດ​ພາຍ​ໃນ​ເວ​ລາ​ກຳ​ນົດ​ແລະ​ອື່ນໆ. ນອກ​ນີ້, ມະ​ຕິ​ດັ່ງ​ກ່າວ​ຍັງ​ສະ​ເໜີ​ໃຫ້​ຈັດ​ການ​ເຈ​ລະ​ຈາ 6 ຝ່າຍ​ຄືນ​ໃໝ່​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ເຮັດ​ໃຫ້​ແຫຼມ​ເກົາຫຼີ​ປອດ​ອາ​ວຸດ​ນີວ​ເຄ​ລຍ​ໂດຍ​ໄວ.

ທ່ານ​ອູ​ໄຫ​ທ່າວ ອຸ​ປະ​ທູດ​ຊົ່ວ​ຄາວ​ຂອງ​ຄະ​ນະ​ຜູ້​​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢືນ​ຢັນຫຼັງ​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ມະ​ຕິ​ດັ່ງ​ກ່າວ​ວ່າ: ມາດ​ຕະ​ການ​ຂວ້ຳ​ບາດພຽງ​​ແຕ່ເປັນ​ວິ​ທີ​ເທົ່າ​ນັ້ນ, ຝາກ​ຄວາມ​ຫວັງ​ໄວ້​ກັບ​ການຂວ້ຳ​ບາດ​ພຽງ​ຢ່າງ​ດຽວ​ເພື່ອ​ເພີ່ມ​ຄວາມ​ກົດ​ດັນ​ແລະ​ແກ້​ໄຂ​ບັນ​ຫາ​ນັ້ນ​ເປັນ​ໄປ​ບໍ່​ໄດ້. ທ່ານ​ຢືນ​ຢັນ​ວ່າ ບັນ​ດາ​ຝ່າຍ​ຄວນ​ຢຸດ​ຕິ​ທຸກ​ການ​ການ​ກະ​ທຳ​ແລະ​ຖ້ອຍ​ຄຳ​ທີ່​ບໍ່​ມີ​ຜົນ​ດີ​ຕໍ່​ການ​ປອດ​ອາ​ວຸດ​ນີວ​ເຄ​ລຍ​ກໍ​ຄື​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ ເພື່ອ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ຫຼຸດ​ຄວາມ​ເຄັ່ງ​ຕຶງ​ລົງ; ຄວນ​ເຄົາ​ລົບ​ແລະ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ແລະ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິ​ກ່ຽວ​ຂ້ອງ​ກັບ​ສ​ປ​ປ ເກົາຫຼີ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ, ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ນີວ​ເຄ​ລຍ​ແຫຼມ​ເກົາຫຼີ​ຢ່າງ​ເໝາະ​ສົມ; ຄວນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ ແລະ​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ; ຄວນ​ຍຶດ​ໝັ້ນ​ທິດທາງ​ລວມ​ແຫ່ງ​ການ​ແກ້​ໄຂ​ບັນ​ຫາ​ໂດຍ​ສັນ​ຕິ, ຟື້ນ​ຟູ​ການ​ເຈ​ລະ​ຈາ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ