ຈີນ​ຫວັງຢາກ​ໃຫ້ການ​ເຊື່ອມ​ຈອດ​ທາງ​ລົດ​ໄຟ​ຈີນ-ໄທ​ແລະ​ທາງ​ລົດ​ໄຟ​ຈີນ-ລາວ​ບັນ​ລຸ​ຜົນ​ເປັນ​ຈິງໂດຍ​ໄວ
2017-12-23 14:59:14  cri 
ທ່ານ​ນາງ​ຮ​ວ້າ​​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 22 ທັນ​ວາ​ນີ້​ວ່າ: ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ເປັນ​ໂຄງ​ການ​ສຳ​ຄັນ​ລະ​ຫວ່າງ​ສອງ​ຝ່າຍ​​ໃນ​ການຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະ​​ດຳ​ເນີນການ​ຮ່ວມ​ມື​​ດ້ານຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ. ຈາກ​ນີ້, ຈີນ​ຫວັງ​ໃຫ້​ສອງ​ຝ່າຍ​​ຈະສືບ​ຕໍ່​ຮັກ​ສາ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ເພື່ອ​ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ໃຫ້​ການ​ເຊື່ອມ​ຈອດ​ທາງ​ລົດ​ໄຟຈີນ-ໄທ​ແລະ​ທາງ​ລົດ​ໄຟ​ຈີນ-ລາວ​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ໄວ​.

ກໍ​ລະ​ນີ​ຕອບ​ຄຳ​ຖາມ​ກ່ຽວ​ກັບພິ​ທີ​ເລີ່ມ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ໄທ​ໄລ​ຍະ​ທີ 1 ໄດ້​ຈັດ​ຂຶ້ນ​ຢູ່​ໄທ​ໃນ​ວັນ​ທີ 21 ທັນ​ວາ​ນີ້,ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ​ກ່າວ​ວ່າ: ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ເປັນ​ໂຄງ​ການ​ສຳ​ຄັນ​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ແລະ​ດຳ​ເນີນ​ການ​ຮ່ວມ​ມື​​ທາງ​ດ້ານຂີດ​ຄວາມ​ສາ​ມາດ​ການ​ຜະ​ລິດ ເຊິ່ງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈປຶກ​ສາ​ຫາ​ລື​ຮ່ວມ​ກັນ, ສ້າງ​ສາ​ຮ່ວມ​ກັນ​ແລະ​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ ທັງ​ຈະ​​ຍົກ​ສູງ​ລະ​ດັບການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ການ​ເຊື່ອມ​ຈອດ​ກັນ​ຂອງ​ໄທ​ແລະ​ພາກ​ພື້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຈີນ​ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ເພື່ອ​ພະ​ຍາ​ຍາມ​ສູ້​ຊົນ​ເຮັດ​ໃຫ້​ການ​ເຊື່ອມ​ຈອດ​ທາງ​ລົດ​ໄຟຈີນ-ໄທ​ແລະ​ທາງ​ລົດ​ໄຟ​ຈີນ-ລາວ​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ໄວ​, ສົ່ງ​ເສີມ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄະ​ລາ​ກອນ​ຂອງ​ບັນ​ດາ​ປະ​ເທດ​ລຽບ​ຕາມ​ທາງ​ລົດ​ໄຟ​ດັ່ງ​ກ່າວ​ເພື່ອ​ບັນ​ລຸ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ.

ທ່ານ​ນາງ​ຮ​ວ້າ​​ຊຸ່ນ​ຢິງ​ຍັງ​ກ່າວ​ຕື່ມ​ວ່າ: ຈີນ​ຍິນ​ດີ​ຮ່ວມ​ກັບ​ໄທ​​ສືບ​ຕໍ່​ເພີ່ມ​ທະ​ວີ​ການເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ໂດຍ​ຖື​ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ເປັນ​ເວ​ທີ​ໃໝ່​ເພື່ອ​ສົ່ງ​ເສີມ​ການ​ຮ່ວມ​ມື​ຕົວ​ຈິງ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ​ແລະ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ໄທ​ໃຫ້​ຂະ​ຫຍາຍ​ຕົວຫຼາຍກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ