ອາ​ເມ​ລິ​​ກາ​ມ້າງຄວາມ​ເຈດ​ຕະ​ນາ​​ກໍ່​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕໍ່ຊານຟ​ຣານ​ຊິ​ສະ​ໂກໃນ​ໄລ​ຍະ​ບຸນ​ນໍ​ແອນ
2017-12-24 15:10:12  cri 
ສື່ມວນ​ຊົນ​ອາ​ເມ​ລິ​ກາ​ລາຍ​ງານ​ໃນ​ວັນ​ທີ 22 ທັນ​ວາ​ນີ້​ວ່າ: ອົງ​ການ​ສືບ​ສວນ​ແຫ່ງ​ຊາດສະຫະລັດ​ອາ​ເມ​ລິ​ກາ​ຫຼືFBI​ ໄດ້​ມ້າງ​ຄວາມ​ເຈດ​ຕະ​ນາ​​ກໍ່​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຕໍ່​ເມືອງຊານ​ຟ​ຣານ​ຊິ​ສະ​ໂກໃນ​ໄລ​ຍະ​ບຸນ​ນໍ​ແອນ,ແລະຈັບ​ໄດ້​ຜູ້​ຕ້ອງ​ສົງ​ໄສ​ກໍ່​ອາ​ຊະ​ຍາ​ກຳ ທີ່​ມີ​ອາ​ຍຸ 26 ປີ​ຜູ້​ໜຶ່ງ.

ຜູ້​ຕ້ອງ​ສົງ​ໄສ​ດັ່ງ​ກ່າວ​ເປັນ​ຜູ້​ຂັບ​ລົດ​ບັນ​ທຸກຜູ້​ໜຶ່ງ ຊື່ ເອ​ວີຣິດ ອາ​ຣອນ ແຈັມ​ເຊີນ ເຂົາ​ເຄີຍ​ເປັນ​ທະ​ຫານ​ປະ​ຈຳ​ການ​ໃນ​ກອງ​ເຮືອ​ສູ້​ຊົນ​ທາງ​ບົກ​ຂອງ​ອາ​ເມ​ລິ​ກາ. ຫຼັງ​ຖືກ​ຈັບ, ເຂົາ​ໄດ້​ຖືກ​ສົ່ງ​ໄປ​ສານ​ທ້ອງ​ຖິ່ນ​ເມືອງ​ຊັກ​ຣາ​ແມນ​ຕໍ​ລັດ​ກາ​ລີ​ຟໍ​ເນຍ​ແລ້ວ​ໃນ​ວັນ​ທີ 22 ທັນ​ວາ​ນີ້.

ຂ່າວ​ແຈ້ງວ່າ, ທ້າວ​ແຈັມເຊີນ​ມີ​ແຜນ​ຈະ​ກໍ່​ເຫດລະ​ເບີດ​ຢູ່​ທ່າ​ກຳ​ປັ່ນ​ເລກ 39 ຂອງ​ເມືອງ​ຊານ​ຟ​ຣານ​​ຊິ​ສະ​ໂກທີ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ທີ່​ສຸດ​ໃນ​ໄລ​ຍະບຸນ​ນໍ​ແອນ, ພ້ອມ​ທັງ​ຈະຍິງ​ປະ​ຊາ​ຊົນ​ຢູ່ອ້ອມ​ຂ້າງໃນ​ຂະ​ນະ​ທີ່​ເກີດ​ຄວາມ​ວຸ້ນ​ວາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ