ຮັບປະ​ກັນ​ດ້ານ​ການ​ຈັດ​ຕັ້ງ​​ທີ່​ໜັກ​ແໜ້ນ​ຕໍ່​ພາ​ລະ​ກິດ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ຍິ່ງ​ໃຫຍ່ໃນ​ຍຸກ​ໃໝ່
2017-12-24 15:20:46  cri 
ກອງ​ປະ​ຊຸມ​ຫົວ​ໜ້າ​ຄະ​ນະຈັດ​ຕັ້ງຂອງ​ພັກ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 23 ທັນ​ວາ​ນີ້, ທ່ານ ເສີນ​ຊີ່ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລະ​ກ່າວ​ປາ​ໄສໂດຍ​ເນັ້ນ​ຄວນ​ຜັນ​ຂະ​ຫຍາຍ​ເນື້ອ​ໃນຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຄັ້ງ​ທີ 19 ຢ່າງ​ຮອບ​ດ້ານ, ຍຶດ​ໝັ້ນ​ຖື​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ ສີ​ຈິ້ນ​ຜິງ​ ເປັນ​ການ​ຊີ້​ນຳ, ຖືການ​ສ້າງ​​​ການ​ເມືອງ​ຂອງ​ພັກ​ເປັນ​ການ​ນຳ​ພາ,ເດັດ​ດ່ຽວຮັກ​ສາ​ຖາ​ນະ​ໃຈ​ກາງຂອງ​ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ໃນ​ສູນ​ກາງ​ພັກ​ແລະ​ທົ່ວ​ພັກຂອງ​ຈີນ,ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ສູນ​ກາງ​ພັກ​ແລະ​ການ​ນຳ​ພາ​ຢ່າງ​ເປັນ​ເອ​ກະ​ພາບ,ຮັກ​ສາ​ຄວາມເປັນ​ເອ​ກະ​ພາບ​ໃນ​ລະ​ດັບ​ສູງ​ກັບສູນ​ກາງ​ພັກ​ ​ທີ່​ມີ​ສະ​ຫາຍ ສີ​ຈິ້ນ​ຜິງ ເປັນ​ໃຈ​ກາງ​ໃນ​ດ້ານ​ແນວ​ຄິດ,ການ​ເມືອງ​ແລະ​ປະ​ຕິ​ກິ​ລິ​ຍາ, ຍົກ​ລະ​ດັບ​ແລະຄຸນ​ນະ​ພາບ​ຂອງວຽກ​ງານ​ການ​ຈັດ​ຕັ້ງ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ເພື່ອ​ໃຫ້​ສະ​ໜອງ​ຄວາມ​ຮັບປະ​ກັນ​ດ້ານ​ການ​ຈັດ​ຕັ້ງ​ທີ່​ໜັກ​ແໜ້ນ​ຕໍ່ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ທີ່​ຍິ່ງ​ໃຫຍ່ໃນ​ຍຸກ​ໃໝ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ