ວັນທີ 23 ທັນວານີ້, ລັດຖະບານຈີນໄດ້ສະເໜີບົດລາຍງານສະພາບການແບ່ງປັນແລະນຳໃຊ້ງົບປະມານດ້ານການສຶກສາແຫ່ງລັດຈີນຕໍ່ຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໂດຍສະແດງໃຫ້ເຫັນວ່າ, ໃນຊຸມປີມໍ່ໆມານີ້, ງົບປະມານການສາຂອງຈີນໄດ້ເພີ່ມຂຶ້ນ 7,9% ສະເລ່ຍຕໍ່ປີ, ການສຶກສາໂດຍລວມໄດ້ເຂົ້າສູ່ລະດັບສູງກວ່າປານກາງຂອງໂລກ.
ບົດລາຍງານໄດ້ລະບຸເຫັນວ່າ, ງົບປະມານການສຶກສາຢ່າງບໍ່ຢຸດຢັ້ງ, ແຕ່ປີ 2012 ຫາປີ 2016, ງົບປະມານການສຶກສາຂອງຈີນບັນລຸເກືອບ 17.000 ຕື້ຢວນ, ໃນນັ້ນ, ປີ 2016 ໄດ້ບັນລຸ 3.888 ຕື້ 800 ລ້ານຢວນ. ຂະນະທີ່ຢູ່ຈີນມີ 170 ລ້ານຄົນໄດ້ຮັບການສຶກສາຊັ້ນສູງ ແລະ ໃນຜູ້ອອກແຮງງານທີ່ເຕີບໃຫຍ່ຂຶ້ນມາໃໝ່ທີ່ໄດ້ຮັບການສຶກສາຊັ້ນສູງນັ້ນໄດ້ກວມອັດຕາກວ່າ 45%.
ບົດງານງານຊີ້ອອກວ່າ, ຈີນຈະຍຶດໝັ້ນພັດທະນາການສຶກສາເປັນບຸລິມະສິດໂດຍທຳມະດາແລ້ວ, ງົບປະມານການສຶກສາແຫ່ງລັດກວມ GDP ຈະບໍ່ຕ່ຳກວ່າ 4%.