ພິທີມອບ-ຮັບໂຄງການຍົກລະດັບໂຮງໝໍຜະດຸງຄັນດາວຄິນຄີມຽນມາເຊິ່ງເປັນໂຮງໝໍມິດຕະພາບຈີນ-ມຽນມາແຫ່ງທຳອິດໄດ້ຈັດຂຶ້ນຢູ່ນະຄອນຢາງກຸ້ງວັນທີ 23 ທັນວານີ້.
ໂຄງການສ້ອມແປງຍົກລະດັບ ແລະ ກໍ່ສ້າງອາຄານໃໝ່ຂອງໂຮງໝໍຜະດຸງຄັນດາວຄິນຄີແມ່ນສະຖານທູດຈີນປະຈຳມຽນມາ ແລະ ມູນນິທິເພື່ອສັນຕິພາບແລະການພັດທະນາຮ່ວມກັນອອກທຶນ, ກຸ່ມບໍລິສັດເພສັດຊະກຳຈີນໄດ້ບໍລິຈາກ ອຸປະກອນ ແລະ ເຄື່ອງເຟີນິເຈີປະກອບການປິ່ນປົວພະຍາດ ທັງຈະຍົກລະດັບໃຫ້ພະນັກງານການແພດຂອງໂຮງໝໍດັ່ງກ່າວ.
ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາ, ທ່ານນາງວາງເສຮົງ ພັນລະຍາເອກອັກຄະລັດຖະທູດຈີນປະຈຳມຽນມາ ພ້ອມດ້ວຍຜູ້ຕາງໜ້າຈາກຝ່າຍຕ່າງໆ ເຊັ່ນ, ມູນນິທິເພື່ອສັນຕິພາບແລະການພັດທະນາຂອງຈີນ, ກຸ່ມບໍລິສັດເພສັດຊະກຳຈີນ ແລະ ສະມາຄົມການແລກປ່ຽນ ແລະ ຮ່ວມມືມຽນມາ-ຈີນເປັນຕົ້ນໄດ້ເຂົ້າຮ່ວມພິທີດັ່ງກ່າວ.