ເມື່ອມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ,ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໃຫ້ຄຳຊີ້ນຳສຳຄັນໃນການສ້າງເສັ້ນທາງຊົນນະບົດ 4 ດີຄືສ້າງເສັ້ນທາງຊົນນະບົດໃຫ້ດີ,ຄຸ້ມຄອງໃຫ້ດີ,ຮັກສາໃຫ້ດີແລະເປີດບໍລິການໃຫ້ດີ ເຊິ່ງທ່ານສີຈິ້ນຜິງເນັ້ນໜັກວ່າ: ຊຸມປີມໍ່ໆມານີ້,ການກໍ່ສ້າງເສັ້ນທາງຊົນນະບົດ 4 ດີໄດ້ຮັບປະສິດທິຜົນຕົວຈິງ ອັນໄດ້ສ້າງຊື່ສຽງແລະສ້າງລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດໂດຍສະເພາະແມ່ນເຂດທຸກຍາກ ທັງໄດ້ຮັດແໜ້ນພື້ນຖານປະຊາມະຕິຂັ້ນຮາກຖານທີ່ອຸ້ມຊູພັກກອມມູນິດຈີນ.
ທ່ານສີຈິ້ນຜິງຊີ້ອອກວ່າ: ຂະແໜງການກ່ຽວຂ້ອງເປັນຕົ້ນ ກະຊວງຄົມມະນາຄົມການຂົນສົ່ງແລະເຂດແຄວ້ນຕ່າງໆຕ້ອງເອົາໃຈໃສ່ຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 19 ຂອງພັກກອມມູນິດຈີນ, ລົງເລິກຄວາມຮັບຮູ້ຕໍ່ຄວາມໝາຍສຳຄັນແຫ່ງການກໍ່ສ້າງທາງຫຼວງຊົນນະບົດຜ່ານຈາກການປະຕິບັດຍຸດທະສາດສ້າງຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຍາດເອົາໄຊຊະນະຂອງບັ້ນຮົບຫຼຸດຜ່ອນຄວາມທຸກຍາກ,ສຸມໃສ່ແກ້ໄຂບັນຫາພົ້ນເດັ່ນ, ປັບປຸງກົນໄກນະໂຍບາຍໃຫ້ສົມບູນຂຶ້ນ,ຄວນສ້າງທາງຫຼວງຊົນນະບົດໃຫ້ດີ, ຄວນຄຸ້ມຄອງໃຫ້ດີ,ຮັກສາໃຫ້ດີແລະເປີດບໍລິການໃຫ້ໄດ້ຮັບຜົນດີ ເພື່ອຮັບປະກັນໃຫ້ຊາວກະສິກອນທັງຫຼາຍສ້າງຄວາມຮັ່ງມີແລະກ້າວໄປສູ່ຊີວິດການເປັນຢູ່ລະດັບອິ່ມໜຳສຳລານແລະເລັ່ງຊຸກຍູ້ການຫັນເປັນທັນສະໄໝຂອງກະສິກຳແລະຊົນນະບົດໃຫ້ດີກວ່າເກົ່າ.